ສະພາຄວາມໝັ້ນຄົງ ສປຊ ໂຮມປະຊຸມດ່ວນກ່ຽວກັບການປະທະກັນລະຫວ່າງລັດເຊຍ - ຢູແກຼນ

(VOVWORLD) - ທ່ານ Khaled Khiari, ຜູ້ຊ່ວຍວຽກຂອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນຫາການເມືອງ ແລະ ສ້າງສັນຕິພາບ, ເນັ້ນໜັກວ່າ: ສປຊ ກ່າວປະນາມທຸກໆການບຸກໂຈມຕີ ແນໃສ່ບັນດານະຄອນ, ເທດສະບານ, ບ້ານແຫ່ງຕ່າງໆຢູ່ ຢູແກຼນ ກໍ່ຄືສະຫະພັນລັດເຊຍ.
ສະພາຄວາມໝັ້ນຄົງ ສປຊ ໂຮມປະຊຸມດ່ວນກ່ຽວກັບການປະທະກັນລະຫວ່າງລັດເຊຍ - ຢູແກຼນ - ảnh 1ສະພາຄວາມໝັ້ນຄົງ ສປຊ ໂຮມປະຊຸມດ່ວນກ່ຽວກັບການປະທະກັນລະຫວ່າງລັດເຊຍ - ຢູແກຼນ
(ພາບ:ສຳນັກຂ່າວສານຊິນຮວາ/TTXVN)

ຕອນບ່າຍວັນທີ 30 ທັນວາ (ຕາມເວລາ ນິວຢອກ), ຕາມຂໍ້ສະເໜີຂອງລັດເຊຍ, ສະພາຄວາມໝັ້ນຄົງ ສປຊ ໄດ້ໂຮມວາລະປະຊຸມດ່ວນເພື່ອປຶກສາຫາລືກ່ຽວກັບບັນດາການຜັນແປໃໝ່ໃນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

ກ່າວຄຳເຫັນຕໍ່ບັນດາສະມາຊິກ ສະພາຄວາມໝັ້ນຄົງ ສປຊ, ທ່ານ Khaled Khiari, ຜູ້ຊ່ວຍວຽກຂອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນຫາການເມືອງ ແລະ ສ້າງສັນຕິພາບ, ເນັ້ນໜັກວ່າ: ສປຊ ກ່າວປະນາມທຸກໆການບຸກໂຈມຕີ ແນໃສ່ບັນດານະຄອນ, ເທດສະບານ, ບ້ານແຫ່ງຕ່າງໆຢູ່ ຢູແກຼນ ກໍ່ຄືສະຫະພັນລັດເຊຍ. ທ່ານ Khaled Khiari ຢັ້ງຢືນບັນດາການກະທຳບຸກໂຈມຕີ ເພື່ອແນໃສ່ສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນ ລະເມີດກົດໝາຍມະນຸດສະທຳສາກົນ ແມ່ນບໍ່ອາດຮັບຮູ້ໄດ້ ແລະ ຕ້ອງຢຸດຕິໃນທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ