ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ສ້າງ​ຕັ້ງ​ກຳ​ມາ​ທິ​ການ​ກ່ຽວ​ກັບ​ການ​ແກ້ງ​ແຍ້ງ​ຍຸດ​ທະ​ສາດ ກັບ ຈີນ

(VOVWORLD) -ວັນທີ 10 ມັງກອນ ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາມະຕິວ່າດ້ວຍການສ້າງ “ກຳມາທິການພິເສດ ກ່ຽວກັບການແກ້ງແຍ້ງຍຸດທະສາດລະຫວ່າງ ອາເມລິກາ ແລະ ຈີນ”.
ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ສ້າງ​ຕັ້ງ​ກຳ​ມາ​ທິ​ການ​ກ່ຽວ​ກັບ​ການ​ແກ້ງ​ແຍ້ງ​ຍຸດ​ທະ​ສາດ ກັບ ຈີນ - ảnh 1 (ພາບປະກອບ: TTXVN)

ດ້ວຍຈຳນວນບັດສະໜັບສະໜູນ 365 ບັດ ແລະ ບັດຄ້ານ 65 ບັດ, ວັນທີ 10 ມັງກອນ ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາມະຕິວ່າດ້ວຍການສ້າງ “ກຳມາທິການພິເສດ ກ່ຽວກັບການແກ້ງແຍ້ງຍຸດທະສາດລະຫວ່າງ ອາເມລິກາ ແລະ ຈີນ” - ອົງການທີ່ໄດ້ຮັບໜ້າທີ່ຄົ້ນຄວ້າລົງເລິກກ່ຽວກັບການແກ້ງແຍ້ງຍຸດທະສາດລະຫວ່າງ ອາເມລິກາ  - ຈີນ ແລະ ຍົກອອກຂໍ້ສະເໜີແນະກ່ຽວກັບດ້ານນະໂຍບາຍຕ່າງໆ.

        ທ່ານປະທານສະພາຕ່ຳ Kevin McCarthy ຖືວ່າ ກຳມາທິການພິເສດນີ້ ຈະບໍ່ມີລັກສະນະພັກຝ່າຍ ແຕ່ຈະເປັນກຳມາທິການສອງພັກ”. ກຳມາທິການ ໂດຍທ່ານ Mike Gallagher ສະມາຊິກສະພາຕ່ຳ ເປັນປະທານ, ຈະແກ້ໄຂບັນດາບັນຫາຄື ນຳເອົາວຽກງານຢູ່ ຈີນ ກັບຄືນມາ ອາເມລິກາ, ຮັບປະກັນສັບສິນທາງປັນຍາ, ນຳລະບົບສະໜອງກັບຄືນສູ່ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ, ແກ້ໄຂຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ອາເມລິກາ ກັບ ຈີນ.


ຕອບກັບ

ຂ່າວ/ບົດ​ອື່ນ