ສະ​ພາ​ຕ່ຳ ແບ​ນ​ຊິກ ອະ​ພິ​ປາຍ​ກ່ຽວ​ກັບ​ມະ​ຕິ​ວ່າ​ດ້ວຍ​ການ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/​ດີ​ໂອ​ຊິ​ນ ຫວຽດ​ນາມ

(VOVWORLD) - ບັນດາຜູ້ແທນ ໄດ້ປຶກສາຫາລືກັບບັນດາສະມາຊິກລັດຖະສະພາ, ເພື່ອມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຮ່າງມະຕິ, ຮຽກຮ້ອງການຊ່ວຍເຫຼຶອດ້ານການເງິນຂອງລັດຖະບານ ແບນຊິກ ສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ, ພ້ອມທັງຊຸກຍູ້ສະພາຕ່ຳ ແບນຊິກ ຮັບຮອງເອົາມະຕິສະບັບດັ່ງກ່າວ.
ສະ​ພາ​ຕ່ຳ ແບ​ນ​ຊິກ ອະ​ພິ​ປາຍ​ກ່ຽວ​ກັບ​ມະ​ຕິ​ວ່າ​ດ້ວຍ​ການ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/​ດີ​ໂອ​ຊິ​ນ ຫວຽດ​ນາມ - ảnh 1ຄະນະອະພິປາຍ (ພາບ: TTXVN)

ວັນທີ 20 ມິຖຸນາ, ຢູ່ສະພາຕ່ຳ ແບນຊິກ ທີ່ນະຄອນຫຼວງ Brussels, ໄດ້ດຳເນີນການອະພິປາຍຮັບຮອງເອົາຮ່າງມະຕິວ່າດ້ວຍການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໂດຍທ່ານນາງ Els Van Hoof, ປະທານກຳມາທິການພົວພັນຕ່າງປະເທດ ສະພາຕ່ຳ, ເປັນປະທານ. ເຂົ້າຮ່ວມວາລະອະພິປາຍ ມີທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກແບນຊິກ; ທ່ານ Pierra Grega ປະທານສະມາຄົມມິດຕະພາບ ແບນຊິກ - ຫວຽດນາມ; ທ່ານ Jan Haemers ຜູ້ອຳນວຍການຝ່າຍບໍລິຫານບໍລິສັດເຕັກໂນໂລຢີ Haemers; ນັກປະພັນ Abdre Bouny - ປະທານຄະນະກຳມະການສາກົນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ.

 ນະທີ່ນີ້, ບັນດາຜູ້ແທນ ໄດ້ປຶກສາຫາລືກັບບັນດາສະມາຊິກລັດຖະສະພາ, ເພື່ອມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຮ່າງມະຕິ, ຮຽກຮ້ອງການຊ່ວຍເຫຼຶອດ້ານການເງິນຂອງລັດຖະບານ ແບນຊິກ ສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ, ພ້ອມທັງຊຸກຍູ້ສະພາຕ່ຳ ແບນຊິກ ຮັບຮອງເອົາມະຕິສະບັບດັ່ງກ່າວ.

        ຢູ່ນອກວາລະອະພິປາຍ, ທ່ານ Andre Flahaut ເຊິ່ງເປັນ 1 ໃນຈຳນວນສະມາຊິກລັດຖະສະພາ 5 ທ່ານ ທີ່ໄດ້ສະເໜີຮ່າງມະຕິວ່າດ້ວຍການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ, ໃຫ້ຮູ້ວ່າ ທ່ານຫວັງວ່າ ມະຕິສະບັບດັ່ງກ່າວ ຈະໄດ້ຮັບການຮັບຮອງເອົາໃນປີນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດ ແບນຊິກ - ຫວຽດນາມ ຄົບຮອບ 50 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ