ສະພາບການປະທະກັນລະຫວ່າງ ຮາມາດ ແລະ ອິດສະຣາແອນ

(VOVWORLD) - ທ່ານນາງ Elizabeth Throssell, ໂຄສົກ ຫ້ອງວ່າການອົງການຂະຫຼວງໃຫຍ່ ສິດທິມະນຸດ ສປຊ ໃຫ້ຮູ້ວ່າ: ສະພາບການຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍ້ແດນ ຖືກຄວບຄຸມ
ສະພາບການປະທະກັນລະຫວ່າງ ຮາມາດ ແລະ ອິດສະຣາແອນ - ảnh 1ສະພາບການຢູ່ເຂດ ກາຊາ ຍັງສັບສົນຫຼາຍ

ວັນທີ 3 ພະຈິກ, ສປຊ ໄດ້ກ່າວເຕືອນສະພາບການຢູ່ເຂດຝັ່ງ ຕາເວັນຕົກແມ່ນ້ຳຈໍ້ແດນ “ເປັນໜ້າສຸກເສີນ”, ຄວາມວິຕົກວັງວົນພິເສດກ່ຽວກັບສະພາບການໃຊ້ຄວາມຮຸນແຮງໂດຍຜູ້ຕັ້ງຖິ່ນຖານຊາວ ອິດສະຣາແອນ ກໍ່ຂຶ້ນຕໍ່ກັບ ຊາວ ປາແລດສະຕີນ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ເຊີແນວ (ປະເທດ ສະວິດ), ທ່ານນາງ Elizabeth Throssell, ໂຄສົກ ຫ້ອງວ່າການອົງການຂະຫຼວງໃຫຍ່ ສິດທິມະນຸດ ສປຊ ໃຫ້ຮູ້ວ່າ: ສະພາບການຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍ້ແດນ ຖືກຄວບຄຸມ, ໃນນັ້ນມີ Jerusalem ຕາເວັນອອກ, ພວມຢູ່ໃນສະພາບການສຸກເສີນ ແລະ ຢ່າງໜ້ອຍສຸດມີຊາວ ປາແລດສະຕີນ 132 ຄົນເສຍຊີວິດ, ໃນນັ້ນມີເດັດນ້ອຍ 41 ຄົນ.

        ແລະກໍ່ໃນວັນດຽວກັນ, ຫ້ອງວ່າການປະສານງານບັນດາບັນຫາມະນຸດສະທຳ (OCHA) ໄດ້ຮຽກຮ້ອງສ້າງກອງທຶນໜູນຊ່ວຍດ່ວນ ມີມູນຄ່າ 1,2 ຕື້ໂດລາສະຫະລັດ ເພື່ອຊ່ວຍເຫຼືອປະຊາຊົນ 2,7 ລ້ານຄົນຢູ່ເຂດກາຊາ ແລະ ເຂດຝັ່ງຕາເວັນຕົກແມ່ນ້ຳຈໍ້ແດນ.

        ວັນທີ 4 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ໄປຍັງ ອິດສະຣາແອນ, ເຊິ່ງເປັນປະເທດທຳອິດໃນການຢ້ຽມຢາມເຂດຕາເວັນອອກກາງ. ນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ Blinken ຢັ້ງຢືນຄືນໃໝ່ສິດປ້ອງກັນຕົວຂອງ ອິດສະຣາແອນ ກໍ່ຄືຮຽກຮ້ອງປະເທດນີ້ຕ້ອງມີບັນດາບາດກ້າວຈຳເປັນເພື່ອປ້ອງກັນສາມັນຊົນຢູ່ເຂດ ກາຊາ.

        ໃນຂະນະນັ້ນ, ວັນທີ 3 ພະຈິກ, ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ກໍ່ໄດ້ສະແດງຄວາມຕົກສະເງີ້ຕໍ່ການບຸກໂຈມຕີນອງເລືອດຂອງ ອິດສະຣາແອນ ເພື່ອແນໃສ່ລົດພະຍາບານຄັນໜຶ່ງຢູ່ນອກ ໂຮງໝໍ Al-Shifa, ເຊິ່ງເປັນຮາກຖານສາທາລະນະສຸກໃຫຍ່ທີ່ສຸດຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ