ສະພາບ​ການ​ໂລກລະບາດ​ໂຄ​ວິດ - 19 ຢູ່​ຫວຽດນາມ ​ແລະ ​ໃນ​ໂລກ

(VOVWORLD) -  ສະພາບການຜັນແປທີ່ໜ້າວິຕົກກັງວົນໄດ້ເລີ່ມປະກົດຂຶ້ນຄືນໃໝ່ຢູ່ ອາຊີ, ພິເສດແມ່ນ ອີຣານ ແລະ ອິນເດຍ - ເຊິ່ງເປັນແຫ່ງທີ່ມີຈໍານວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດ ພວມເພີ່ມຂຶ້ນສູງໃນແຕ່ລະວັນ.
ສະພາບ​ການ​ໂລກລະບາດ​ໂຄ​ວິດ - 19 ຢູ່​ຫວຽດນາມ ​ແລະ ​ໃນ​ໂລກ - ảnh 1ສະພາບການໂລກລະບາດຢູ່ຫວຽດນາມ (ພາບ: ກະຊວງສາທາລະນະສຸກ)

ຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງ ຂອງວັນທີ 23 ມິຖຸນາ ຈົນຮອດເວລາ 6 ໂມງ ຂອງວັນທີ 24 ມິຖຸນາ, ຫວຽດນາມ ບໍ່ມີກໍລະນີຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ ແລະ ໄດ້ 69 ວັນແລ້ວ ທີ່ຫວຽດນາມ ຢັ້ງຢືນບໍ່ມີກໍລະນີຕິດເຊື້ອໃນຊຸມຊົນ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອທັງໝົດ 349 ຄົນ, ໃນນັ້ນ, ໄດ້ປິ່ນປົວຫາຍເປັນເປັນປົກກະຕິກວມເອົາ 94,3% ແລະ ບໍ່ມີກໍລະນີເສຍຊີວິດ, ສ່ວນທີ່ຍັງເຫຼືອ ແມ່ນພວມໄດ້ຮັບການປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ແລະ ເຂົາເຈົ້າລ້ວນແຕ່ມີອາການສຸຂະພາບດີຂຶ້ນ.

        ສ່ວນສະພາບການໂລກລະບາດໂຄວິດ - 19 ຢູ່ໃນໂລກ, ຕາມເວັບໄຊ ສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 24 ມິຖຸນາ, ໂລກໄດ້ຢັ້ງຢືນຜູ້ຕິດເຊື້ອທັງໝົດກວ່າ 9,35 ລ້ານກໍລະນີ, ໃນນັ້ນມີເກືອບ 480.000 ກໍລະນີເສຍຊີວິດ.

        ສະພາບການຜັນແປທີ່ໜ້າວິຕົກກັງວົນໄດ້ເລີ່ມປະກົດຂຶ້ນຄືນໃໝ່ຢູ່ ອາຊີ, ພິເສດແມ່ນ ອີຣານ ແລະ ອິນເດຍ - ເຊິ່ງເປັນແຫ່ງທີ່ມີຈໍານວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດ ພວມເພີ່ມຂຶ້ນສູງໃນແຕ່ລະວັນ. ໃນຂະນະນັ້ນ, ຈໍານວນກໍລະນີເສຍຊີວິດ ຢູ່ພາກພື້ນ ອາເມລິກາ ລາຕິນ ກໍລື່ນກາຍຕົວເລກ 100.000 ກໍລະນີ ໄລ່ຮອດວັນທີ 23 ມິຖຸນາ. ບຣາຊີນ ແມ່ນປະເທດມີຈໍານວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນເຊື້ອໂຄວິດ - 19 ສູງອັນດັບທີ 2 ໃນໂລກ ເຊິ່ງຖັດຈາກ ອາເມລິກາ.

        ຢູ່ເອີຣົບ ສືບຕໍ່ມີທ່າອ່ຽງຫຼຸດລົງ, ອັນໄດ້ສ້າງເງື່ອນໄຂໃຫ້ບັນດາປະເທດຢູ່ທະວີບນີ້ ຜ່ອນຜັນບັນດາມາດຕະການປ້ອງກັນ ແລະ ເປີດປະຕູດ່ານຊາຍແດນ, ຟື້ນຟູການເຄື່ອນໄຫວເສດຖະກິດຄືນໃໝ່ເທື່ອລະກ້າວ. 

ຕອບກັບ

ຂ່າວ/ບົດ​ອື່ນ