ສະພາບໄຟໄໝ້ປ່າ ຢູ່ Hawaii (ອາເມລິກາ): ຢ່າງໜ້ອຍສຸດມີ 89 ຄົນເສຍຊີວິດ. ຄວາມເສຍຫາຍດ້ານວັດຖຸຄາດວ່າແມ່ນ 6 ຕື້ໂດລາສະຫະລັດ

(VOVWORLD) - ກ່າວຄຳເຫັນໃນການໄປກວດກາຖະໜົນ Front Street ໃນເກາະ Maui, ທ່ານ Green ໃຫ້ຮູ້ວ່າ: ເຫດໄຟໄໝ້ໄດ້ ທຳລາຍເຮືອນຊານຢ່າງໜ້ອຍສຸດ 2.200 ຫຼັງຢູ່ທາງທິດຕາ ເວັນຕົກຂອງເກາະແຫ່ງນີ້, ໃນນັ້ນ, 86% ແມ່ນເຮືອນຂອງ ປະຊາຊົນ.
ສະພາບໄຟໄໝ້ປ່າ ຢູ່ Hawaii (ອາເມລິກາ): ຢ່າງໜ້ອຍສຸດມີ 89 ຄົນເສຍຊີວິດ. ຄວາມເສຍຫາຍດ້ານວັດຖຸຄາດວ່າແມ່ນ 6 ຕື້ໂດລາສະຫະລັດ - ảnh 1ໄຟໄໝ້ປ່າຢູ່ Hawaii 
(ພາບປະກອບ)

ວັນທີ 12 ສິງຫາ, ທ່ານ Josh Green, ຜູ້ວ່າການລັດ Hawaii (ອາເມລິກາ) ໃຫ້ຮູ້ວ່າ: ຄາດວ່າ ຄວາມເສຍຫາຍດ້ານວັດຖຸ ຍ້ອນເຫດໄຟໄໝ້ປ່າທີ່ຮ້າຍແຮງຢູ່ລັດນີ້ ໃນອາທິດຜ່ານມາ ຂຶ້ນເຖິງ 6 ຕື້ໂດລາສະຫະລັດ.

ກ່າວຄຳເຫັນໃນການໄປກວດກາຖະໜົນ Front Street ໃນເກາະ Maui, ທ່ານ Green ໃຫ້ຮູ້ວ່າ: ເຫດໄຟໄໝ້ໄດ້ ທຳລາຍເຮືອນຊານຢ່າງໜ້ອຍສຸດ 2.200 ຫຼັງຢູ່ທາງທິດຕາ ເວັນຕົກຂອງເກາະແຫ່ງນີ້, ໃນນັ້ນ, 86% ແມ່ນເຮືອນຂອງ ປະຊາຊົນ. ປະຈຸບັນ, ບຸລິມະສິດແຖວໜ້າຂອງອຳນາດການປົກ ຄອງແມ່ນສະໜອງບ່ອນຢູ່ ແລະ ບໍລິການການແພດໃຫ້ແກ່ຜູ້ ຍັງມີຊີວິດ ກໍ່ຄືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດໄຟໄໝ້ປ່າ.

ກໍ່ຕາມທ່ານ Green ແລ້ວ, ເຫດໄຟໄໝ້ປ່າຢ່ເກາະ Maui ເຮັດໃຫ້ 89 ຄົນເສຍຊີວິດ ແລະ ກາຍເປັນເຫດໄຟໄໝ້ປ່າກໍ່ ຄວາມລົ້ມຫາຍຕາຍຈາກໃຫຍ່ສຸດຢູ່ Hawaii ໃນກ່ວາ 100 ປີຜ່ານມາ ແລະ ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນອີກ.

ປະຈຸບັນ, ຍັງບໍ່ທັນຮູ້ສາຍເຫດຂອງເຫດໄຟໄໝ້ປ່າຢູ່ Maui ເທື່ອ, ແຕ່ອົງການອຸຕຸນິຍົມແຫ່ງຊາດ ອາເມລິກາ ຖືວ່າ ຍ້ອນອາກາດແຫ້ງແລ້ງ, ລົມແຮງ ແລະ ຄວາມຊຸ່ມສູງໄດ້ກໍ່ໃຫ້ເກີດເຫດໄຟໄໝ້ປ່າ.

ຕອບກັບ

ຂ່າວ/ບົດ​ອື່ນ