ສະພາປະຊາຊົນນະຄອນໂຮ່ຈີມິນພົບປະກັບຜູ້ມີສິດເລືອກຕັ້ງອາຍຸ 40 ປີ

ສະພາປະຊາຊົນນະຄອນໂຮ່ຈີມິນພົບປະກັບຜູ້ມີສິດເລືອກຕັ້ງອາຍຸ 40 ປີ - ảnh 1
ພາບ​ປະ​ກອບ

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ຕອນ​ເຊົ້າ​ວັນ​ທີ 17/4, ຜູ້​ປະຈຳການ​ສະພາ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ມີ​ອາຍຸ 40 ປີ. ​ເຂົ້າ​ຮ່ວມ​​ການ​ພົບ​ປະ ​ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ 110 ທ່ານ ທີ່ຕາງ​ໜ້າໃຫ້​ກຳມະກອນ, ຊາວ​ກະສິກອນ, ພາລະ​ກອນ, ລັດຖະກອນ, ນັກທຸລະກິດ, ບັນດາ​ນັກວິທະຍາສາດ ​ແລະ ​ເຕັກນິກ​ຂອງ​ນະຄອນ. ນະ​ທີ່​ນີ້, ຜູ້​ປະຈຳການ​ສະພາ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ຮັບ​ຟັງ​ບັນດາ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ບັນດາ​ຂໍ້​ສະ​ເໜີ ​ຂອງ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອາຍຸ 40 ປີ​ ເພື່ອ​ສ້າງ​ນະຄອນ​ໃຫ້​ນັບ​ມື້​ນັບ​ພັດທະນາ​ກວ່າ. ບັນຫາ​​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເໜີ ແມ່ນ​ໄດ້​ສຸມ​ໃສ່ວາງ​ແຜນຜັງ​ຕົວ​ເມືອງ​ໃຫ້​ເໝາະ​ສົມ ​ແລະ ມີ​ວິທະຍາສາດ​ກວ່າ, ພ້ອມ​ທັງ​ລົງທຶນ​ໃຫ້​ແກ່​ວຽກ​ງານ​ປົກ​ປັກ​ຮັກສາສະພາບ​ແວດ​ລ້ອມ, ບຳບັດ​ແຫຼ່ງນ້ຳ​ເສຍ​ກວ່າ​ອີກ.

 

 

 


ຂ່າວ/ບົດ​ອື່ນ