ສະພາສິດທິສະມຸດສປຊ ຮັບຮອງເອົາບົດລາຍງານແຫ່ງຊາດ UPR ຮອບວຽນທີ 4 ຂອງ ຫວຽດນາມ

(VOVWORLD) - ຫວຽດນາມ ຈະຄົ້ນຄວ້າບັນດາຂໍ້ສະເໜີແນະດັ່ງກ່າວຢ່າງລະອຽດ ກ່ອນທີ່ຈະຈັດກອງປະຊຸມສະພາສິດທິມະນຸດຊຸດທີ 57.
ສະພາສິດທິສະມຸດສປຊ ຮັບຮອງເອົາບົດລາຍງານແຫ່ງຊາດ UPR ຮອບວຽນທີ 4 ຂອງ ຫວຽດນາມ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ
(ພາບ: TTXVN)

        ວັນທີ 10 ພຶດສະພາ, ຢູ່ນະຄອນ ເຊີແນວ, ປະເທດ ສະວິດ, ກຸ່ມເຮັດວຽກກ່ຽວກັບກົນໄກສຳຫຼວດກວດກາປະຈຳໄລຍະກ່ຽວກັບສິດທິມະນຸດ (UPR) ຮອບວຽນທີ 4 ຂອງສະພາສິດທິມະນຸດສະຫະປະຊາຊາດ ໄດ້ເຫັນດີຮັບຮອງເອົາບົດລາຍງານແຫ່ງຊາດຂອງ ຫວຽດນາມ.

        ບົດລາຍງານຂອງກຸ່ມເຮັດວຽກຮັບຮອງເອົາບົດລາຍງານແຫ່ງຊາດຂອງ ຫວຽດນາມ, ເນື້ອໃນວາລະສົນທະນາໃນວັນທີ 07 ພຶດສະພາ ແລະ ຮັບຮອງເອົາ 320 ຂໍ້ສະເໜີແນະ ໂດຍ 133 ປະເທດຍົກອອກມາ. ບັນດາຂໍ້ສະເໜີແນະເຕື້ອງເຖິງຫຼາຍບັນຫາ, ຄື: ສ້າງລະບົບກົດໝາຍ, ນະໂຍບາຍກ່ຽວກັບສິດທິມະນຸດໃຫ້ສົມບູນແບບ, ຊຸກຍູ້ບັນດາໂຄງການພັດທະນາເສດຖະກິດ - ສັງຄົມ, ການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ໜູນຊ່ວຍຊາວເຜົ່າສ່ວນໜ້ອຍ, ຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍ, ສິດທິຂອງເດັກ, ສິດເສລີໃນການປາກເວົ້າ…

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ຢືນຢັນວ່າ, ຫວຽດນາມ ຈະຄົ້ນຄວ້າບັນດາຂໍ້ສະເໜີແນະດັ່ງກ່າວຢ່າງລະອຽດ ກ່ອນທີ່ຈະຈັດກອງປະຊຸມສະພາສິດທິມະນຸດຊຸດທີ 57. ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາປະເທດ, ຄູ່ຮ່ວມມື ແລະ ບັນດາຝ່າຍທີ່ກ່ຽວຂ້ອງຖືກຕາມທິດນຳຂອງ ຫວຽດນາມ ໃນອາຍຸການເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດອາຍຸການ 2023 – 2025 ແມ່ນ “ເຄົາລົບ ແລະ ມີຄວາມເຂົ້າໃຈ, ເຈລະຈາ ແລະ ຮ່ວມມື, ສິດທິມະນຸດທັງໝົດແມ່ນສະຫງວນໃຫ້ທຸກໆຄົນ”.

ຕອບກັບ

ຂ່າວ/ບົດ​ອື່ນ