ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ, ຮ່າງ​ມະ​ຕິ 4 ສະ​ບັບ

(VOVWORLD) -ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບບົດລາຍງານ: ມະຕິວ່າດ້ວຍການປະຕິບັດທົດລອງບາງກົນໄກ, ນະໂຍບາຍສະເພາະກ່ຽວກັບການພັດທະນານະຄອນ ບວນມາທວດ, ແຂວງ ດັກລັກ; ມະຕິວ່າດ້ວຍການປະຕິບັດທົດລອງການມອບສິດໃຫ້ເລືອກນຳໃຊ້ປ້າຍລົດໂອໂຕຜ່ານການຂາຍປະມູນ.
ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ, ຮ່າງ​ມະ​ຕິ 4 ສະ​ບັບ - ảnh 1ວາລະເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 7 ພະຈິກ (ພາບ: quochoi.vn)

ໂດຍສືບຕໍ່ວາລະເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 7 ພະຈິກ, ຢູ່ຮ່າໂນ້ຍ ສະພາແຫ່ງຊາດໄດ້ຮັບຟັງຄຳສະເໜີ ແລະ ບົດລາຍງານກ່ຽວກັບການກວດກາຢັ້ງຢືນ ຮ່າງກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ); ການປະຕິບັດກົດໝາຍວ່າດ້ວຍການ ເຂົ້າ - ອອກເມືອງຂອງພົນລະເມືອງ ຫວຽດນາມ ທີ່ກ່ຽວຂ້ອງເຖິງຂໍ້ມູນ “ທີ່ເກີດ” ທີ່ລະບຸໃນໜັງສືຜ່ານແດນ. ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບບົດລາຍງານ: ມະຕິວ່າດ້ວຍການປະຕິບັດທົດລອງບາງກົນໄກ, ນະໂຍບາຍສະເພາະກ່ຽວກັບການພັດທະນານະຄອນ ບວນມາທວດ, ແຂວງ ດັກລັກ; ມະຕິວ່າດ້ວຍການປະຕິບັດທົດລອງການມອບສິດໃຫ້ເລືອກນຳໃຊ້ປ້າຍລົດໂອໂຕຜ່ານການຂາຍປະມູນ.

        ຕອນບ່າຍວັນທີ 7 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືໃນໜ່ວຍງານ ກ່ຽວກັບຮ່າງກົດໝາຍວ່າດ້ວຍລາຄາ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ) ແລະ ການປະຕິບັດກົດໝາຍວ່າດ້ວຍການເຂົ້າ - ອອກເມືອງຂອງພົນລະເມືອງ ຫວຽດນາມ ທີ່ກ່ຽວຂ້ອງເຖິງຂໍ້ມູນ “ທີ່ເກີດ” ລະບຸໃນໜັງສືຜ່ານແດນ.

ຕອບກັບ

ຂ່າວ/ບົດ​ອື່ນ