ສະພາແຫ່ງຊາດ ອີຣານ ໃຫ້ສັດຕະຍາບັນຄະນະ ລັດຖະບານໃໝ່

ສະພາແຫ່ງຊາດ ອີຣານ ໃຫ້ສັດຕະຍາບັນຄະນະ ລັດຖະບານໃໝ່ - ảnh 1
​ທ່ານ​ປະທານາທິບໍດີ​ຄົນ​ໃໝ່ Hassan Rowhani
(ພາບ: REUTERS)


(vovworld) - ວັນ​ທີ 15 ສິງຫາ, ສະພາ​ແຫ່ງ​ຊາດ ອີຣານ ​ໄດ້​ໃຫ້​ສັດຕະຍາບັນ​ເອົາ​ບັນດາ​ຕຳ​ແໜ່​ງຫຼັກ​ແຫຼ່ງ​ໃນ​ຄະນະລັດຖະບານ​ໃໝ່ ​ເຊິ່ງລວມມີ​ສະມາຊິກ 18 ທ່ານ ​ໂດຍ​ທ່ານ​ປະທານາທິບໍດີ​ຄົນ​ໃໝ່ Hassan Rowhani ສະ​ເໜີ. ​ໃນ​ການ​ເຮັດ​ວຽ​ກ​ເປັນ​ເວລາ 4 ວັນ, ສະພາ​ແຫ່ງ​ຊາດ​ອີຣານ ​ໄດ້​ປຶກສາ​ຫາລື​ສະ​ເໜີພິຈາລະນາ​ແຕ່ລະຄົນໃນ​ຈຳນວນ 18 ທ່ານ. ໝາກຜົນ​ມີ​ຢູ່​ວ່າ 15/18 ຜູ້​ໄດ້​ສະ​ເໜີ​ໄດ້​ຮັບ​ສັດຕະຍາບັນ ​ເຊິ່ງລວມມີ​ບັນດາ​ຕຳ​ແໜ່​ງຫຼັກ​ແຫຼ່ງຄື ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Mohammad Javad Zarif ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ນ້ຳມັນ Bijan Namdar Zaganeh. 3 ຄົນ​ທີ່​ຖືກ​ສະພາ​ແຫ່ງ​ຊາດ ປະຕິ​ເສດ​ສະ​ເໜີ​ຮັບ​ດຳລົງ​ຕຳ​ແໜ່​ງ​ແມ່ນ​ລັດຖະມົນຕີ​ກະຊວງ​ສຶກສາ, ລັດຖະມົນຕີ​ກະຊວງ​ວິທະຍາ​ສາດ, ຄົ້ນຄວ້າ ​ແລະ ​ເຕັກ​ໂນ​ໂລ​ຊີ, ລັດຖະມົນຕີ​ກະຊວງ​ຊາວ​ໜຸ່ມ ​ແລະ ກິລາ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 04 ສິງຫາ, ພາຍຫຼັງ​ພິທີສະບາ​ນຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ທີ 7 ຂອງ​ອີຣານ ຕໍ່​ໜ້າ​ສະພາ​ແຫ່ງ​ຊາດ, ທ່ານ Hassan Rowhani ​ໄດ້​ສະ​ເໜີ ບັນ​ຊີລາຍ​ຊື່ລັດຖະບານ​ໃໝ່​ເຊິ່ງລວມມີສະມາຊິກ 18 ທ່ານ.

ຂ່າວ/ບົດ​ອື່ນ