ສະພາແຫ່ງຊາດ ອານເຊຣີ ສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ອານເຊຣີ - ຫວຽດນາມ

(VOVWORLD) - ອານເຊຣີ ປາດຖະໜາຢາກພັດທະນາການພົວພັນດ້ານການເມືອງຂອງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ກ້ວາງຂວາງ ແລະ ເລິກເຊິ່ງກ່ວາອີກໃນທຸກຂົງເຂດ.
ສະພາແຫ່ງຊາດ ອານເຊຣີ ສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ອານເຊຣີ - ຫວຽດນາມ  - ảnh 1ທ່ານເອກອັກຄະລັດຖະທູດ ເຈິ່ນກວກແຄງ ມອບດອກໄມ້ໃຫ້ປະທານ ກຸ່ມສະມາຊິກລັດຖະສະພາມິດຕະພາບ
(ພາບ: TTXVN)

          ກຸ່ມສະມາຊິກລັດຖະສະພາມິດຕະພາບ ອານເຊຣີ - ຫວຽດນາມ ໄດ້ເປີດຕົວຢ່າງເປັນທາງການໃນຕອນບ່າຍວັນທີ 09 ຕຸລາ, ຢູ່ສໍານັກງານສະພາແຫ່ງຊາດ ອານເຊຣີ. ກ່າວຄຳເຫັນເນື່ອງໃນໂອກາດນີ້, ທ່ານຮອງປະທານຜູ້ຮັບຜິດຊອບການພົວພັນຕ່າງປະເທດສະພາແຫ່ງຊາດ ອານເຊຣີ Monder Bouden ເນັ້ນໜັກວ່າ, ເຫດການນີ້ແມ່ນໝາກຜົນແຫ່ງການສືບຕໍ່ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ພ້ອມທັງທ່ານກໍ່ຢືນຢັນວ່າ, ອານເຊຣີ ປາດຖະໜາຢາກພັດທະນາການພົວພັນດ້ານການເມືອງຂອງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ກ້ວາງຂວາງ ແລະ ເລິກເຊິ່ງກ່ວາອີກໃນທຸກຂົງເຂດ. ທ່ານ Bouden ກໍ່ສະແດງຄວາມປາດຖະໜາວ່າ ເລື່ອງເປີດຕົວກຸ່ມສະມາຊິກລັດຖະສະພາມິດຕະພາບ ຈະປະກອບສ່ວນ “ຊຸກຍູ້ປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງ 2 ອົງການນິຕິບັນຍັດ ແລະ ການສົນທົບກັນປຶກສາຫາລືຢູ່ບັນດາເວທີປາໄສສາກົນ”.

          ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ເຈິ່ນກວກແຄງ ຢືນຢັນວ່າ, ຫວຽດນາມ ໃຫ້ບຸລິມະສິດປັບປຸງ, ພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ອານເຊຣີ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ການສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ອານເຊຣີ.

ຕອບກັບ

ຂ່າວ/ບົດ​ອື່ນ