ສະພາແຫ່ງຊາດ ແດນມາກ ຮັບຮອງເອົາຮ່າງກົດໝາຍຖືການຈູດຄຳພີ Koran ຢູ່ເຂດສາທາລະນະແມ່ນລະເມີດກົດໝາຍ

(VOVWORLD) - ນີ້ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຂອງບັນດາປະເທດ ເອີລົບເໜືອ ເພື່ອຫຼຸດຜ່ອນກະແສຕຳໜິຕິຕຽນຢ່າງຮ້າຍແຮງຂອງປະຊາຄົມຜູ້ເຊື່ອຖືສາສະໜາອິດສະລາມ
ສະພາແຫ່ງຊາດ ແດນມາກ ຮັບຮອງເອົາຮ່າງກົດໝາຍຖືການຈູດຄຳພີ Koran ຢູ່ເຂດສາທາລະນະແມ່ນລະເມີດກົດໝາຍ - ảnh 1ການແຫ່ຂະບວນປະທ້ວງຢູ່ ອີຣານ ຄັດຄ້ານການກະທຳຈູດຄຳພີ Koran
(ພາບ: AFP/TTXVN)

        ວັນທີ 07 ທັນວາ, ສະພາແຫ່ງຊາດ ແດນມາກ ໄດ້ຮັບຮອງເອົາຮ່າງກົດໝາຍ, ໃນນັ້ນໄດ້ກຳນົດວ່າ ການກະທຳຈູດຄຳພີ Koran ສະບັບສຳເນົາຢູ່ເຂດສາທາລະນະແມ່ນລະເມີດກົດໝາຍ. ນີ້ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຂອງບັນດາປະເທດ ເອີລົບເໜືອ ເພື່ອຫຼຸດຜ່ອນກະແສຕຳໜິຕິຕຽນຢ່າງຮ້າຍແຮງຂອງປະຊາຄົມຜູ້ເຊື່ອຖືສາສະໜາອິດສະລາມ, ພາຍຫຼັງທີ່ເກີດການຈູດ ຫຼື ແຕະຕ້ອງຄຳພີ Koran ຢູ່ນະຄອນຫຼວງ Copenhagen ໃນ 2 – 3 ເດືອນທີ່ຜ່ານມາ.

        ໃນຂະນະນັ້ນ, ຊູແອັດ ເຄີຍແຈ້ງໃຫ້ຊາບວ່າ, ປະເທດນີ້ກໍ່ພວມຄົ້ນຄວ້າວິທີເພື່ອຈັດວາງບັນດາການກຳນົດດ້ານກົດໝາຍສຳລັບການກະທຳລົບຫຼູ່ຄຳພີ Koran.

        ໃນໄລຍະມໍ່ໆມານີ້, ຢູ່ ແດນມາກ ກໍ່ຄື ຊູແອັດ ໄດ້ເກີດການຈູດ ຫຼື ແຕະຕ້ອງຄຳພີ Koran. ບັນດາປະເທດອິດສະລາມ ໄດ້ຮຽກຮ້ອງໃຫ້ 2 ປະເທດນີ້ຕ້ອງມີມາດຕະການສະກັດກັ້ນການກະທຳຮຸນແຮງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ