ສະພາແຫ່ງຊາດ ໄທ ບໍ່ພິຈາລະນາ ຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍ

ສະພາແຫ່ງຊາດ ໄທ ບໍ່ພິຈາລະນາ ຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍ - ảnh 1
ປະທານສະພາແຫ່ງຊາດ ໄທ ສົມສັກ ກຽດ​ສຸຣານົນ
(ພາບ: ອີນເຕີເນັດ)

(vovworld) - ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໄທ ສົມ​ສັກ ກຽດ​ສຸຣານົນ​​ ຫາ​ກໍ​ໃຫ້​ຮູ້​ວ່າ: ​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ສາມັນ​ຂອງ​ສະພາ​ແຫ່ງ​ຊາດ​ໄທ ​ເຊິ່ງ​ໄຂ​ຂຶ້ນ​ໃນ​ວັນ​ທີ 1/8 ຈະ​ມາ​ເຖິງ ຈະ​ບໍ່​ພິຈາລະນາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ໄກ່​ເກ່ຍ. ​ຮ່າງ​ກົດໝາຍ​ສະບັບນີ້​​ໄດ້​ຮັບ​ການ​ພິຈາລະນາ​ຢູ່​ສະພາ​ແຫ່ງ​ຊາດ​ໄທ ​ໃນ​ສະ​ໄໝ​ປະຊຸມ​ກ່ອນ​ແລ້ວ ​ແຕ່​​ໄດ້ ປະສົບ​ກັບ​ການ​ຄັດຄ້ານ​ທີ່​ຮ້າຍ​ແຮງ​ຈາກຝ່າຍ​ຄ້ານ​ຢູ່​ສະພາ​ແຫ່ງ​ຊາດ ກໍ​ຄື​ບາງ​ອົງການ​ສັງຄົມ​ອື່ນ.

        ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ປັບ​ປຸງ​ລັດຖະທຳ​ມະນູນ​ໄທ​ (​ເຊິ່ງ​ແມ່ນ​ບັນຫາ​ພວມ​ເກີດ​ການ​​ໂຕ້​ຖຽງ​ກັນ​ລະ​ຫວ່າງ​ບັນດາ​ຝ່າຍ​ຄ້ານ​ຢູ່​ໄທ), ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໄທ ສົມ​ສັກ ກຽດ​ສຸຣານົນ ກໍ​ໃຫ້​ຮູ້​ວ່າ: ທັດສະນະ​ສ່ວນ​ຕົວ​ຂອງ​ທ່ານ​ແມ່ນ: ພຽ​ງ​ແຕ່​ປັບປຸງ​ລັດຖະທຳ​ມະນູນ​ຕາມ​ແຕ່ລະຂໍ້​ມາດຕາ. ​ເລື່ອງຕັດສິນ​ຫຼາຍ​ບັນຫາ​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງສະພາ​ແຫ່ງ​ຊາດ, ສ່ວນ​ໜຶ່ງ​ຕ້ອງ​ປະຕິບັດ​ຕາມ​ຄຳ​ເຫັນ​​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດສ່ວນ​ຫຼາຍ, ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳ​ເຫັນ​ຂອງ​ປະທານ​ສະພາ​ແຫ່ງ​ຊາດ​ໄທ ກໍ່​ຊ່ວຍ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​​ໃນ​ການປະ​ທະ​ກັນ​ລະຫວ່າງ​ບັນດາ​ພັກ​ຝ່າຍ​ການ​ເມືອງ​ປະຈຸ​ບັນ​ຢູ່ ​ໄທ​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ.

ຂ່າວ/ບົດ​ອື່ນ