ສະພາແຫ່ງຊາດຊັກຖາມລັດຖະມົນຕີກະຊວງອຸດສາຫະກຳການຄ້າບັນດາບັນຫາຮ້ອນເຮັ່ງ

ສະພາແຫ່ງຊາດຊັກຖາມລັດຖະມົນຕີກະຊວງອຸດສາຫະກຳການຄ້າບັນດາບັນຫາຮ້ອນເຮັ່ງ - ảnh 1
(ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດໄດ້​ຊັກ​ຖາມ​ລັດ​ຖະ​ມົນ​ຕີ​
ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ເຈີນ​ຕ໋ວນ​ແອງ)


(vovworld) - ໃນ​ວາ​ລະ​ປະ​ຊຸ​ມ​ຕອນ​ເຊົ້າ​ວັນ​ທີ 15/11, ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດໄດ້​ຊັກ​ຖາມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ເຈີນ​ຕ໋ວນ​ແອງ. ຫຼາຍ​ຂົງ​ເຂດ​ເຊິ່ງ​ຜູ້​ມີ​ສິດ​ເລືອກ​ຕ​ັ້ງ​ໃນ​ທົ່ວ​ປະ​ເທດ​ມີ​ຄວາມ​ສົນ​ໃຈນັ້ນ​ແມ່ນ​ສາຍ​ເຫດ, ທິດ​ທາງ​ແກ້​ໄຂ 5 ໂຄງ​ການ​ໃຫຍ່​ທີ່ກໍ່​ຄວ​າມ​ຫຼຸບ​ທຶນນັບ​ພັນ​ຕື້​ດົ່ງ​ໃຫ້​ງົບ​ປະ​ມານ​ແຫ່ງ​ລັດ, ຂັ້ນ​ຕອນ​​​ດຳ​ເນີນ​ເມື່ອ​ເ​ຂື່ອ​ນ​ໄຟ​ຟ້າ​ນ້ຳຕົກລະ​ບາຍ​ນ້ຳ, ​ຄວາມ​ຮັບ​ຜິດ​ຊອບ​ຄຸ້ມ​ຄອງ​​ລັດ​ກ່ຽວ​ກັບ​ບັນ​ຫາ​ຟຸ່​ນ​ເຄ​ມີ​ປອມ, ມີ​ຄຸນ​ນະ​ພາບ​ຕ່ຳ; ບັນ​ດາ​ມາດ​ຕະ​ການ​​ອາ​ລັກ​ຂ​າ​ດ້ານ​ການ​ຄ້າ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.

        ເມື່ອ​ຕອບ​ຄ​ຳ​ຊັກ​ຖາມ​ຂອງ​ສະ​ມາ​ຊິ​ກ​ສ​ະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ແກ​້​ໄ​ຂ​ສະ​ພາບ​ນຳ​ເຂົ້າ​ເກີນ​ດຸນ ໃນ​ການ​ພົວ​ພັນ​ດ້ານ​ການ​ຄ້າ​ຕ່າງ​ປະ​ເທດ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​, ທ່ານ​ລັດ​ຖະ​ມ​ົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ເຈີນ​ຕ໋ວນ​ແອງ ໃຫ້​ຮູ້​ວ່າ.

        “ທັດ​ສະ​ນະ​ຂອງ​ຫວຽດ​ນາມ ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຍາມ​ໃດ​ກໍ່​ຫັນ​ເປັນ​ຫຼາຍ​ຝ່າຍເພື່ອ​ພັດ​ທະ​ນາ. ໃນ​ການ​ພົວ​ພັນ​ດ້ານ​ການ​ຄ້າ, ພວກ​ເຮົາ​ກໍ່ມຸ່ງ​ໄປ​ເຖິງ​ບັນ​ດາ​ການ​ພົວ​ພັນ​ແບບ​ຍ​ືນ​ຍົງ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ກາ​ນ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ຮັບ​ປະ​ກັນ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​​ພື້ນ​ຖານ​ເສດ​ຖະ​ກິດ. ເພ​ີ່ອ​​ໃຫ້ການ​ຄ້າ​ມີ​ຄວາມ​ດູ່ນ​​ດ່ຽງ ພຽງ​ມີ​ວິ​ທີ​ດຽວນັ້ນ​ແມ່ນ​ຍົກ​ສ​ູງ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ບັນ​ດາ​ຂະ​ແໜງ, ຕ້ອງ​ມີ​ສະ​ຖຽນ​ລະ​ພາບ ແລະ ມີ​ຮູບ​ແບບ​ເຕ​ີບ​ໂຕ​ທີ່​ດີ, ສືບ​ຕໍ່​ຫັນ​ບັນ​ດາ​ລະ​ບຽ​ບການ​ບໍ​ລິ​ຫານ​ເປັນ​ງ່າຍ​ດາຍ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີ​ນ​ທຸ​ລະ​ກິດ, ລົງ​ທຶນ​ໃຫ້​ສະ​ດວກ, ປອດ​ໄສ… ເຮັດ​ໄດ້​ຄື​ແນວນັ້ນ​ຈຶ່ງ​ຕອບ​ສະ​ໜອງ​ໄດ້​ການ​ແກ່ງ​ແຍ້ງ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ”.

        ເມື່ອ​ເຕືອງ​ເຖິງ 5 ໂຄງ​ການ​ໃຫຍ່​​ທີ່ກໍ່​ຄວາ​ມ​ຫຼຸບ​ທຶນນັບ​ພັນ​ຕື້​ດົ່ງ​ໃຫ້​ງົບ​ປະ​ມານ​ແຫ່ງ​ລັດ. ທ່ານ ເຈີນ​ຕ໋ວນ​ແອງ ກ​່າວ​ວ່າ.

     “ບັນດາມາດ​ຕະການ​ແກ້​ໄຂ​ໃຫ້​ໂຄງການ​ເຫຼົ່າ​ນີ້ ຕ້ອງ​ໄດ້​ຮັບ​ການ​ພິຈາລະນາສັງ​ລວມ, ບັນດາ​ຈຸດໝາຍ​ຮັບປະກັນ​ດ້ານທຶນຮອນ; ບັນດາ​ມາດ​ຕະການ​ເໝາະ​ສົມ​ກັບ​ເສດຖະກິດ​ການ​ຕະຫລາດ; ມີ​ທິດ​ທາງແກ້​ໄຂ​ຄື ຂາຍ​ໂຄງການ, ​ໃຫ້​​ເຊົ່າ, ຫັນ​ເປັນ​ຫຸ້ນ​ສ່ວນ ຫຼື ຊຳ້ບໍ່​ໜຳ​ອາດ​ຈະ​ປະກາດລົ້ມ​ລະລາຍ. ບັນຫາ​ທີ 2 ​ແມ່ນ​ຮັບປະກັນ ບໍ່​ປະ​ໃຫ້​ເກີດສະພາບ​ການ​ຄ້າຍຄື​ກັນ, ພິຈາລະນາ​ຄວາມ​ຮັບຜິດຊອບ​ຂອງ​ອົງການ, ບຸກຄົນ​ໃນ​ແຕ່ລະ​ໄລຍະ​ຢ່າງ​ຈະ​ແຈ້ງ. ກ່ຽວ​ກັບ​ບົດຮຽນ, ຄວນ​ມີ​ການ​ປ່ຽນ​ໃໝ່​ຮູບ​ແບບການ​ຄຸ້ມ​ຄອງ​ບັນດາ​ລັດ​ວິ​ສາ​ຫະກິດ; ກຳນົດ​​ເຮັດ​ແຈ້ງ​ບົດ​ບາດ​ຂອງ​ລັດວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ພັດທະນາ​ເສດຖະກິດ, ທັດສະນະ​ແມ່ນ ລັດ​ບໍ່​ຈຳ​ເປັນຕ້ອງມີໜ້າ​ໃນ​ທຸກ​ຂົງ​ເຂດ”.

        ສຳລັບ​ບັນດາ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ, ທ່ານ​ລັດຖະມົນຕີ ຢືນຢັນ​ວ່າ ​ໂດຍ​ພື້ນຖານ ຫວຽດນາມ ​ໄດ້​ຂຸດ​ຄົ້ນ​​ຄວາມ​ສາມາດ​ບົ່ມ​ຊ້ອນຂອງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຂອງ​ປະ​ເທດ​ດ້ວຍ 336 ​ໂຄງການ. ​ເພື່ອ​ຮັບປະກັນ​ເລື່ອງ​ເຂື່ອນ​ໄຟຟ້ານ້ຳຕົກ​ໄດ້​ລະບາຍ​ປ່ອຍ​ນ້ຳ​ຖືກ​ຕາມ​ຂັ້ນ​ຕອນ, ທ່ານ​ລັດຖະມົນຕີ ​ເຈິ່ນຕວນ​ແອ​ງ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຈະ​ກວດກາ​ສັງ​ລວ​ມຂັ້ນ​ຕອນ​ການ​ລະບາຍນ້ຳ​ກໍ່​ຄື​ວິທີ​ການ​ສົມທົບ​ກັນປ້ອງ​ກັນ​ຕ້ານ​ໄພ​ນ້ຳ​ແກ່ງ; ຕີ​ລາຄາ, ກວດກາ​ຄືນ​ເລື່ອງ​ຮັບປະກັນ​ຄວາມ​ປອດ​ໄພ​ເມື່ອ​ເຂື່ອນ​ໄຟຟ້າ​​ໄດ້​ລະບາຍ​ນ້ຳ ພ້ອມ​ນັ້ນ​ແມ່ນ​ ປະຕິບັດ​ບັນດາ​ຂໍ້​ກຳນົດ​ຢ່າງ​ເຂັ້ມ​ງວດ.

 

 

ຂ່າວ/ບົດ​ອື່ນ