ສະພາແຫ່ງຊາດຍີ່ປຸ່ນສະຫງວນງົບປະມານຫຼາຍໃນລະດັບສະຖິຕິເພີ່ມທະວີກຳລັງແຮງດ້ານປ້ອງກັນປະເທດ

ສະພາແຫ່ງຊາດຍີ່ປຸ່ນສະຫງວນງົບປະມານຫຼາຍໃນລະດັບສະຖິຕິເພີ່ມທະວີກຳລັງແຮງດ້ານປ້ອງກັນປະເທດ - ảnh 1
(ພາບ​ປະ​ກອບ: EPA/TTXVN)

(vovworld) - ​​​ວັນ​ທີ 17/03, ສະ​ພາ​ແຫ່ງ​ຊາດ​ຍີ່​ປຸ່ນ ໄດ້​ປະ​ກາດ​ໃຊ້​ງົບ​ປະ​ມານ​​ຫຼາຍ​ໃນລະ​ດັບ​ສະ​ຖິ​ຕິ​ເກືອບ 880 ຕື້ USD ໃຫ້​ປີ​​ງົບ​ປະ​ມານ 2017 (ເລີ່ມ​ແຕ່​ວັນ​ທີ 01/04 ຈະ​ມາ​ເຖິງ) ເພື່ອ​ແນ​ໃ​ຊ້​ຈ່າຍ​​ໃຫ້ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ປ້ອງ​ກັນ​ປະ​ເທດ ແລະ ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດ​ພວມອຶດ​ອາດ​ຊັກ​ຊ້າ​ຍ້ອນ​ໄພ​ເງິນ​ເຟີ້. ສະ​ພາ​ສູງ​ຍີ່​ປຸ່ນ, ໂດຍ​ສຳ​ພັນ​ທະ​ມິດ​ກຳ​ອຳ​ນາດ​​ເຊິ່ງລວມ​ມີ​ພັກປະ​ຊາ​ທິ​ປະ​ໄຕ​ເສ​ລີ (LDP) ແລະ ພັກ Komeito ຄວບ​ຄຸມ, ໄດ້​ຮັບ​ຮອງ​ເອົາ​ຮ່າງ​ງົບ​ປະ​ມານ​ດັ່ງ​ກ່າວ ໃນ​ວັນ​ທີ 27/03 ພາຍ​ຫຼັງ​ທີ່​ສະ​ພາ​ຕ່ຳ​ຮັບ​ຮອງ​ເອົ​າ​ໃນ​ວັນ​ທີ 27/02. ນີ້​ແມ່ນ​ປີ​ທີ 5 ​ທີ່​ງົບ​ປະ​ມານ​​ການໃຊ້​ຈ່າຍ​ໃຫ້​ແກ່​ວຽກ​ງານ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ຍີ່​ປຸ່ນ ເພີ່ມ​ຂຶ້ນຢ່າງ​ລຽນ​ຕິດ.

        ແລະ​ກ​ໍ່​ໃນ​ວັນ​ດຽວ​ກັນ, ສຳ​ນັກ​ຂ່າວ​ສານ Kyodo ໃຫ້​ຂ່າ​ວ​ວ່າ: ກຳ​ລັງ​ປ້ອງ​ກັນ​ໜ້າ​ດິນ​ຍີ່​ປຸ່ນ (GSDF) ພວມ​ກະ​ກຽ​ມ​ສ້າງ​ກຳ​ລັງຍົກ​ພົນ​ຄ້າຍ​ຄື​ກັນ​ກັບ​ກຳ​ລັງທະ​ຫານ​ເຮືອ​​ບຸກຕີ​ທາງ​ບົກ​ຂອງ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ