ສະພາແຫ່ງຊາດປຶກສາຫາລືກ່ຽວກັບສະພາບເສດຖະກິດ,ສັງຄົມແລະງົບປະມານ

(VOVWORLD) -ວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດ ເລີ່ມຕົ້ນມື້ເຮັດວຽກທຳອິດ ໃນເວລາ 2 ມື້ເຄິ່ງ ເພື່ອປຶກສາຫາລືກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດປີ 2017

ສະພາແຫ່ງຊາດປຶກສາຫາລືກ່ຽວກັບສະພາບເສດຖະກິດ,ສັງຄົມແລະງົບປະມານ - ảnh 1 ສະພາແຫ່ງຊາດປຶກສາຫາລືກ່ຽວກັບສະພາບເສດຖະກິດ,ສັງຄົມແລະງົບປະມານ

(ພາບ: vnexpress.net)

ແຜນການພັດທະນາເສດຖະກິດສັງຄົມ, ການຄາດຄະເນງົບປະມານຂອງລັດ, ທິດທາງຈັດແບ່ງງົບປະມານສູນກາງປີ 2018 ແລະ ແຜນການການເງິນ, ງົບປະມານແຫ່ງລັດ 3 ປີແຫ່ງຊາດ 2018 – 2020.

        ບົດລາຍງານກ່ຽວກັບເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດ ເຊິ່ງທ່ານນາຍົກລັດຖະມົນຕີສະເໜີຕໍ່ສະພາແຫ່ງຊາດໃນວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 14. ບັນດາສະຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ບົດລາຍງານດັ່ງກ່າວ ແລະ ເຊື່ອໝັ້ນວ່າ, 13 ຄາດໝາຍຂອງປີ 2017 ຈະບັນລຸໄດ້ ແລະ ລື່ນກາຍຄາດໝາຍເມື່ອທຽບໃສ່ແຜນການ. ເຖິງຢ່າງໃດກໍ່ຕາມ, ເພື່ອບັນລຸໄດ້ບັນດາຄາດໝາຍດັ່ງກ່າວ ຕ້ອງມີບັນດາມາດຕະການແກ້ໄຂຢ່ຽງຂ້ຽວຂາດ, ຄົບຊຸດ, ສົມທົບກັນລະຫວ່າງກຳລັງພາຍໃນ ແລະ ຍາດແຍ່ງແຫຼ່ງເງິນລົງທຶນຈາກຕ່າງປະເທດ. ທ່ານ ຫງວຽນແທງຫາຍ, ສະມາຊິກສະພາແຫ່ງຊາດແຂວງຕ່ຽນຢາງ, ຖືວ່າ.

        “ຂ້າພະເຈົ້າເຫັນວ່າ ຄວນຍູ້ແຮງວຽກງານສົ່ງເສີມການລົງທຶນຢ່າງມີປະສິດທິຜົນກວ່າອີກ. ເປີດກວ້າງຕະຫຼາດຈຳໜ່າຍຜະລິດຕະພັນຢູ່ພາຍໃນ ແລະ ຕ່າງປະເທດ. ຂ້າພະເຈົ້າສະເໜີສືບຕໍ່ປະຕິບັດ, ສ້າງກົງຈັກລັດໃຫ້ກະທັດລັດ, ເບົ່າບາງ. ພິເສດແມ່ນການຈັດແບ່ງຂັ້ນ, ຈັດແບ່ງສິດອຳນາດ. ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ປະຕິຮູບລະບຽບການບໍລິຫານ ແລະ ຍົກສູງຄວາມຮັບຜິດຊອບຂອງກົງຈັກອຳນາດການປົກຄອງ, ຊັບຊ້ອນກົງຈັກອຳນາດການປົກຄອງເຮັດແນວໃດໃຫ້ມີປະສິດທິຜົນ”.

        ບັນດາສະມາຊິກສະພາແຫ່ງຊາດກໍ່ເອົາໃຈໃສ່ສືບຕໍ່ປຸກລະດົມບັ້ນຂົນຂວາຍເລີ່ມທຸລະກິດໃຫ້ບັນດາວິສາຫະກິດ, ສືບຕໍ່ແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ວິສາຫະກິດ, ວາງອອກເປົ້າໝາຍຮັບປະກັນເສດຖະກິດມະຫາພາກເປັນປົກກະຕິຂຶ້ນແຖວໜ້າ, ສ້າງພື້ນຖານໃຫ້ໄລຍະຕໍ່ໄປເພື່ອໃຫ້ພື້ນຖານເສດຖະກິດເຕີບໂຕຢ່າງໄວ ແລະ ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ