ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍ2ສະບັບທີ່ສຳຄັນ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍ2ສະບັບທີ່ສຳຄັນ - ảnh 1
ສ​ສ​ຊ ກ່າວ​ຄຳ​ເຫັນ​ຕໍ່​ສະ​ພາ​ແຫ່ງ​ຊາດ
(ພາບ: TTXVN)

(vovworld) –  ​​​ວັນ​ທີ 22/6, ເມື່ອ​ປຶກ​ສ​າ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ຖິ​ຕິ (ສະ​ບັບ​ປັບ​ປຸງ), ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​(ສ​ສ​ຊ) ເກ​ືອບທັງ​ໝົດ​ໄດ້​ເຫັນ​ດີ​ເຫັນ​ພ​້ອມ​ກັບ​ເລື່ອງ​ຈຳ​ເປັນ​ຕ້ອງ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສະ​ຖິ​ຕິ ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ສິ່ງ​ຍັງ​ຄົງ​ຄ້າງ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ຖິ​ຕິ​ທີ່​ພວມ​ປະ​ກາດ​ໃຊ້. ບັນ​ດາ​ ສ​ສ​ຊ ຖື​ວ່າ: ເລື່ອ​ງ​ກຳ​ນົດ​ການ​ສະ​ຖິ​ຕິ​ນອກ​ລັດ​ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການດຳ​ເນີນ​ທຸ​ລະ​ກິດ​ຕາມ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ຂໍ້​ມູນ​ຂ່າວ​​ສານສະ​ຖິ​ຕິ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ ແລະ ຄວາມ​ຕ້ອງ​ການ​ຂອງ​ອົງ​ການ, ​ສ່ວນບຸກ​ຄົນ.

        ກ່ອນ​ໜ້ານັ້ນ, ເມື່ອ​ປຶກ​ສາ​ຫາ​ລື​ຮ່າງ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເດີນ​ທະ​ເລ ຫວຽດ​ນາມ, ບັນ​ດາ ສ​ສ​ຊ ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັບ​ຮ່າງ​ກົດ​ໝາຍ​ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຂະ​ແໜງ​ເດີນ​ທະ​ເລ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ ຂອງ ຫວຽດ​ນາມ​ໃນ​ໄລ​ຍະ​ໃໝ່, ສ້າງ​ການ​ຫັນ​ປ່ຽ​ນ​ໂດຍ​ພື້ນ​ຖານ, ກະ​ໂດດ​ຂັ້ນ, ຊຸກ​ຍູ້​ຂະ​ແໜງ​ເດີນ​ທະ​ເລ ພັດ​ທະ​ນາ​ເໝາະ​ສົມ​ກັບ​ທີ່​ຕັ້ງ​ບົດ​ບາດ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ. ທ່ານ​ນາງ​ຮ່​ວາງ​ທິ​ຮ​ວາ, ສ​ສ​ຊ ແຂວງ ບັກ​ຢາງ, ສະ​ເໜີ​ວ່າ:

        “ຂ້າ​ພະ​ເຈົ້າ​ສະ​ເໜີ​ປັບ​ປຸງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເດີນ​ທະ​ເລ ຄັ້ງ​ນີ້​ຕາມ​ທິດ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ໃໝ່​ໃຫ້​ແກ່​ຂະ​ແໜງ​ການ​ເດີນ​ທະ​ເລ ຫວຽດ​ນາມ​ ພັດ​ທະ​ນາ. ລັດ​ຕ້ອງ​ລົງ​ທຶນ​ຄຸ້ມ​ຄອງ​ບັນ​ດາ​ທ່າ​ກຳ​ປັ່ນ​ມີ​ທີ່​ຕັ້ງ​ສຳ​ຄັນ ແລະ ຂົງ​ເຂດ​ກ່ຽວ​ຂ້ອງ​ເຖິງ​ຄວາ​ມ​ສະ​ຫງົບ, ຄວາມ​ປອດ​ໄພ​ໃນ​ການ​ເດ​ີນ​ທະ​ເລ ຫຼື ບັນ​ດາ​ຂະ​ແໜງ​​ການຕາມ​ຕະ​ຫຼາດ​ເຊິ່ງວິ​ສາ​ຫະ​ກິດບໍ່​ລົງ​ທຶນ. ພ້ອມ​​ກັນ​ນັ້ນ ກໍ່​ຮ​່ວມ​ສຳ​ພັນ​ລະ​ຫວ່າງເຂດ​, ພາກ​ໃນ​ທົ່ວ​ປະ​ເທດ ແລະ ລະ​ຫວ່າງ​ຄົມ​ມະ​ນາ​ຄົມ​ທາງ​ນ້ຳ​ພາຍ​ໃນ​ປະ​ເທດ, ທາງ​ລົດ​ໄຟ, ທາງ​ບົກ, ທາງ​ອາ​ກາດ​ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ການ​ເດີນ​ທະ​ເລ ຫວຽດ​ນາມ ຢ່າງ​ສູງ​ສຸດ ເພື່ອ​ແນ​ໃສ່​ຮັບ​ໃຊ້​ການ​ພັດ​ທະ​ນາເສດ​ຖະ​ກິດ, ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ການ​ຮ່ວມ​ມື​ສາ​ກົນ​ໃນ​ໄລ​ຍະ​ປະ​ຈຸ​ບັນ.”


ຂ່າວ/ບົດ​ອື່ນ