ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວກັບຮ່່າງ​ກົດໝາຍວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ ກົດໝາຍວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ

(VOVWORLD) -ສະພາແຫ່ງຊາດໄດ້ປຶກສາຫາລືທາງອອນລາຍກ່ຽວກັບບາງເນື້ອໃນທີ່ຍັງມີຄໍາເຫັນແຕກຕ່າງກັນຂອງຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ. 
ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວກັບຮ່່າງ​ກົດໝາຍວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ ກົດໝາຍວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14 (ພາບ: quochoi.vn)  

        ຕອນເຊົ້າວັນທີ 26 ພຶດສະພາ, ໂດຍສືບຕໍ່ການເຮັດວຽກໃນມື້ທີ 6 ຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14,  ສະພາແຫ່ງຊາດໄດ້ປຶກສາຫາລືທາງອອນລາຍກ່ຽວກັບບາງເນື້ອໃນທີ່ຍັງມີຄໍາເຫັນແຕກຕ່າງກັນຂອງຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ ແລະ ຮັບຟັງການນໍາສະເໜີໃບຍື່ນສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ); ບົດລາຍງານການກວດກາຢັ້ງຢືນຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ); ບົດລາຍງານອະພິປາຍ, ຮັບເອົາຄໍາເຫັນ, ດັດປັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ.

        ຮອດຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານອະພິປາຍ, ຮັບເອົາຄໍາເຫັນ, ດັດປັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ); ປຶກສາຫາລືທາງອອນລາຍກ່ຽວກັບບາງເນື້ອໃນທີ່ຍັງມີຄໍາເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ). 

ຕອບກັບ

ຂ່າວ/ບົດ​ອື່ນ