ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປັບປຸງ,ເພີ່ມເຕີມບາງມາດຕາປະມວນກົດໝາຍອາຍາ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປັບປຸງ,ເພີ່ມເຕີມບາງມາດຕາປະມວນກົດໝາຍອາຍາ - ảnh 1
ລ​ັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ໂຕ​ເລີມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld)- ໃນ​ຕອນ​ເຊົ້າ​ ວັນ​ທີ 21/10,ໂດຍ​ສືບ​ຕ​ໍ່​ລາຍ​ການ​ເຮັດ​ວຽກຂອງກອງ​ປະ​ຊຸມ​ ​ສະ​ໄໝ​ສາ​ມັນ ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 14, ສະ​ພາ​ແຫ່ງ​ຊາດ ໄດ້​ເຮັດ​ວຽກ​ຢູ່​ຫໍ​ປະ​ຊຸມ ຮັບ​ຟັງ​ບົດ​ສະ​ເໜີ ແລະ ລາຍ​ງານຜົນ​ການກວດ​ກາ ​ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ ​ຂອງ​ ປະ​ມວນ ກົດ​ໝາຍ​​ອາ​ຍາ ເລກ​ທີ 100/2015; ປຶກ​ສາ​ຫາ​ລື​ຢູ່​ໜ່ວຍ​ ກ່ຽວ​ກັບ​ເນື້ອ​ໃນ​ນີ້. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ​ເຫັນ​ດີ​ເຫັນ​ພ້ອມ​ໂດຍ​ພື້ນ​ຖານ​ ກັບ​ທັດ​ສະ​ນະ ​ຂອງ​ລັດ​ຖະ​ບານແມ່ນ​ປັບ​ປຸງ​ແກ້​ໄຂ​ບັນ​ດາ​ຂໍ້​ຜິດ​ພາດ​ຢ່າງ​ຈະ​ແຈ້ງ ກ່ຽວ​ກັບ​ດ້ານ​ເຕັກນິກ, ສົມ​ທົບກັບ​ການແກ້​ໄຂ​ບັນ​ດາ​ຂໍ້​ກຳ​ນົດ ​ທີ່​ຍັງ​ບໍ່​ທັນເໝາະ​ສົມ ຫຼື ​ນຳ​ໃຊ້ໃນ​ພາກຕົວ​ຈິງ​ຍາກ; ການ​ປັບ​ປຸງບໍ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ບັນ​ດາ​ນະ​ໂຍ​ບາຍ​ອາ​ຍາ​ໃຫຍ່ ​ເຊິ່ງ​ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ 13 ໄດ້ຮັບ​ຮອງ​ເອົ​າ ແລະ ບໍ່​ພາ​ໄປ​ເຖິງ​ການ​ປັບ​ປຸງ ບັນ​ດາກົດ​ໝາຍ ​ທີ່​ພວມ​​ມີ​ຜົນ​ສ​ັກ​ສິດ​ ​ພ້ອມ​ກັບ​​ປະ​ມວນກົດ​ໝາຍອາ​ຍາ ປີ 2015.

         ແລະ ກໍ່​ໃນ​ຕອນ​ເຊົ້າມື້​ນີ້, ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ ບົດ​ສະ​ເໜີ ແລະ ລາຍ​ງານຜົນ​​ແຫ່ງການກວດ​ກາ ​ມະ​ຕິ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ ຂອງ​ມະ​ຕິ ເລກ​ທີ 55/2010 ກ່ຽວ​ກັບ​ການ​ຍົກ​ເວັ້ນ, ຫຼຸດ​ພາ​ສີ​ອາ​ກອນ​ນຳ​ໃຊ້​ທີ່​ດິນ​ກະ​ສິ​ກຳ.

        ຕາມ​​ລາຍ​ການ, ​ໃນຕອນ​ບ່າຍ, ສະ​ພາ​ແຫ່ງ​ຊາດ​ ຈະ​ສືບ​ຕໍ່​ປຶກ​ສາ​ຫາ​ລື ຢູ່​ໜ່ວຍ ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ ຂອງ​ປະ​ມວນກົດ​ໝາຍ​ອາ​ຍາ ແລະ ຮ່າງ​ມະ​ຕິ​​ປັບ​ປຸງ, ເພີ່ມ​ເຕີມບາງ​ມາດ​ຕາ​ ຂອງ​ມະ​ຕິ ​ຍົກ​ເວັ້ນ, ຫຼຸດ​ພາ​ສີ​ອາ​ກອນ​ນຳ​ໃຊ້​ທີ່​ດິນ​ກະ​ສິ​ກຳ.


ຂ່າວ/ບົດ​ອື່ນ