ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການຈັບຕົວ,ກັກຂັງຊົ່ວຄາວ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການຈັບຕົວ,ກັກຂັງຊົ່ວຄາວ - ảnh 1
​ເລີ່​ມຕົ້ນ​ສັບປະດາເຮັດ​ວຽກ​ທີ 4, ຂອງກອງ​ປະຊຸມ​ສະ
​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13
(ພາບປະກອບ)

(vovworld) – ​​ ວັນ​ທີ 9/11, ​ເລີ່​ມຕົ້ນ​ສັບປະດາເຮັດ​ວຽກ​ທີ 4, ຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ຕາມ​ລາຍການ​ເຮັດ​ວຽກ, ຕອນ​ເຊົ້າ​ວັນ​ທີ 9/11, ສະພາ​ແຫ່ງ​ຊາດຮັບຟັງບົດລາຍງານສະຫລຸບ, ບົດ​ລາຍ​ງານກວດກາ​ເລື່ອງ​​ຜັນ​ຂະ​ຫຍາ​ຍການສືບ​ຕໍ່​ປະຕິບັດ​ທົດ​ລອງລະບອບ ພະນັກງານ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ແ​ພ່ງ ​ແລະ ຮ່າງ​ມະຕິ​ກ່ຽວ​ກັບ​ການ​ປະຕິບັດ​ລະບອບນີ້. ຫລັງ​ຈາກ​ນັ້ນ ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັບ​ຕົວ​, ກັກ​ຂັງ​ຊົ່ວຄາວ. ​ໃນ​ສັບປະດາ​ເຮັດ​ວຽກ​ນີ້, ສະພາ​ແຫ່ງ​ຊາດ ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບຮ່າງ​ງົບປະມານ​ແຫ່ງ​ລັດ​ປີ 2016, ສະພາ​ແຫ່ງ​ຊາດ​ກໍ່​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ສຳຄັນ​ອື່ນ​ຈຳນວນ​ໜຶ່ງ ​ແລະ ລົງປະຊາມະຕິ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2016.

ຂ່າວ/ບົດ​ອື່ນ