ສະພາແຫ່ງຊາດພົ້ນຕຳແໜ່ງຮອງປະທານປະເທດ,ປະທານສານປະຊາຊົນສູງສຸດ,ຫົວໜ້າໄອຍະການປະຊາຊົນສູງສຸດ

ສະພາແຫ່ງຊາດພົ້ນຕຳແໜ່ງຮອງປະທານປະເທດ,ປະທານສານປະຊາຊົນສູງສຸດ,ຫົວໜ້າໄອຍະການປະຊາຊົນສູງສຸດ - ảnh 1
(ສະພາແຫ່ງຊາດພົ້ນຕຳແໜ່ງປະທານສານປະຊາຊົນສູງສຸດ,ຮອງປະທານປະເທດ,
ຫົວໜ້າໄອຍະການປະຊາຊົນສູງສຸດ)

(vovworld) - ຕອນ​ບ່າຍ​ວັນ​ທີ 07/04, ສະ​ພາ​ແຫ່ງ​ຊາດ​ໄດ​້​ຮັບ​ຮອງ​ເອົາ​ບັນ​ດາ​ມະ​ຕິ​ກ່ຽວ​ກັບ​ກາ​ນ​ພົ້ນ​ຕຳ​ແໜ່ງ​ຮອງ​ປະ​ທານ​ປະ​ເທດ​ສຳ​ລັບ​ທ່ານ​ນາງ ຫວຽນ​ທິຢ​ວານ, ພົ້ນ​ຕຳ​ແໜ​່ງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ສຳ​ລັບ​ທ່ານ ເຈືອງ​ຮ່​ວາ​ບິ່ງ ແລະ ພົ້ນ​ຕຳ​ແໜງ​ຫົວ​ໜ້າ​ອົງ​ການໄ​ອ​ຍະ​ການ​ປະ​ຊາ​ຊົນ​ສູ​ງ​ສຸດ​ສຳ​ລັບ​ທ່ານ ຫງວຽນ​ຮ່​ວາ​ບິ່ງ.

        ໃນ​ວາ​ລະ​ເຮັດ​ວ​ຽກ​ຕອນ​ບ່າຍ​ວັນ​ທີ 07/04, ທ່ານ​ປະ​ທານ​ປະ​ເທດ ເຈີນດ້າຍກວາງ ​ອ່ານ​ໃບ​ສະ​ເໜີ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ບຸກ​ຄະ​ລາ​ກອນ​ ເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງຮອງ​ປະ​ທານ​ປະ​ເທດ, ປະ​ທານ​ສານ​ປະ​ຊາ​ຊົນ​ສູ​ງ​ສຸດ, ຫົວ​ໜ້າ​​ອົງ​ການໄ​ອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ. ທ່ານ​ປະ​ທານ​ປະ​ເທດ​ຍື່ນ​ສະ​ເໜີ​​ສະ​ພາ​ແຫ່ງ​ຊາດ​ພິ​ຈ​າ​ລະ​ນາ​ເລືອກ​ຕັ້ງ​ທ່ານ​ນາງ ດັ້ງ​ທິ​ງອກ​ທິ້ງ, ​ກຳ​ມະ​ການ​ຄະ​ນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12, ຮອງ​ຫົວ​ໜ້າ​ຫ້ອງ​ວ່າ​ການ​ສູນ​ກາງ​ພັກ, ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ປະ​ທານ​ປະ​ເທດ ສ​ສ.ຫວຽດ​ນາມ. ​​ແລະ​ພິ​ຈາ​ລະ​ນາ​ເລືອກ​ຕັ້ງ​ທ່ານ ເຈືອງ​ຮ່ວາ​ບິ່ງ, ເລ​ຂາ​ສູນ​ກາງ​ພັກ​ຊຸດ​ທີ 12, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ. ພິ​ຈາ​ລະ​ນາ​ເລືອກ​ຕັ້ງທ່ານ ເລ​ມິງ​ຈິ໋, ​​ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12, ຮອງ​ຫົວ​ໜ້າ​ຄະ​ນະ​ວຽກ​ງານການ​ເມືອງ​ພາຍ​ໃນ​ດຳ​ລົງ​ຕຳ​ແໜ່ງ​ຫົວ​ໜ້າ​ອົງ​ການ​ໄ​ອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ.

ຂ່າວ/ບົດ​ອື່ນ