ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບການຈັດແບ່ງງົບປະມານສູນກາງ ປີ 2020

(VOVWORLD) - ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມຊຸດທີ 14, ຕອນເຊົ້າວັນທີ 14 ພະຈິກ, ໂດຍໄດ້ຮັບຄວາມເຫັນດີເຫັນພ້ອມຈາກຫຼາຍກວ່າ 90% ຈໍານວນສະມາຊິກສະພາແຫ່ງຊາດ, ສະພາແຫ່ງຊາດໄດ້ຄະແນນສຽງຮັບຮອງເອົາມະຕິກ່ຽວກັບການຈັດແບ່ງງົບປະມານສູນກາງປີ 2020.
ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບການຈັດແບ່ງງົບປະມານສູນກາງ ປີ 2020 - ảnh 1 (ພາບປະກອບ: TTXVN)

        ຫຼັງຈາກນັ້ນ, ສະມາຊິກສະພາແຫ່ງຊາດກໍໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງ ກົດໝາຍວ່າດ້ວຍການເຂົ້າອອກເມືອງ, ຂ້າມແດນການພັກອາໄສຂອງຄົນຕ່າງປະເທດຢູ່ຫວຽດນາມ, ສະມາຊິກສະພາແຫ່ງຊາດສ່ວນຫຼາຍເຫັນດີຕໍ່ຄວາມຈໍາເປັນຕ້ອງປະກາດໃຊ້ກົດໝາຍດັ່ງກ່າວ. ບັນດາສະມາຊິກສະພາແຫ່ງຊາດສະເໜີໃຫ້ສືບຕໍ່ສໍາຫຼວດກວດກາຢ່າງລະອຽດເພື່ອສ້າງກົດໝາຍໃຫ້ສອດຄ່ອງກັບແຜນນະໂຍບາຍ, ແນວທາງຂອງພັກ, ຮັບປະກັນລັກສະນະເໝາະສົມກັບລັດຖະທໍາມະນູນ, ເອກະພາບກັບລະບົບກົດໝາຍ, ເໝາະສົມກັບສົນທິສັນຍາສາກົນ, ໂດຍສະເພາະແມ່ນບັນດາສັນຍາການຄ້າເສລີ ເຊິ່ງຫວຽດນາມ ໄດ້ລົງນາມ ແລະ ເຂົ້າຮ່ວມໃນໄລຍະຜ່ານມາ. ທ່ານນາງ ເຈິ່ນທິຮ່ຽນ, ສະມາຊິກສະພາແຫ່ງຊາດແຂວງຮ່ານາມ ໃຫ້ຮູ້ວ່າ:

        “ຜ່ານການຄົ້ນຄວ້າກ່ຽວກັບຮ່າງກົດໝາຍ, ຂ້າພະເຈົ້າມີຄວາມສົນໃຈຕໍ່ການເພີ່ມກໍານົດເວລາຂອງ ວີຊາ ແລະ ເວລາ ພັກອາໄສຂອງຊາວຕ່າງປະເທດທີ່ເຂົ້າມາຫວຽດນາມຜ່ານທາງການທ່ອງທ່ຽວ. ດ້ວຍຄ່າໃຊ້ຈ່າຍຖືກ, ປະຊາຊົນຮັກແພງແຂກຄົນ, ສະໜິດສະໜົມ, ອາດເວົ້າໄດ້ວ່າ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ ແລະ ແກ້ງແຍ້ງໃນຕະຫຼາດການທ່ອງທ່ຽວ. ນີ້ແມ່ນທິດທາງທີ່ເໝາະສົມກັບບັນດາແຜນນະໂຍບາຍໃໝ່ມີລັກສະນະບຸກທະລຸໃນມະຕິເລກທີ 8 ຂອງສູນກາງພັກ ລົງວັນທີ 16 ມັງກອນ 2017 ຂອງກົມການເມືອງ ກ່ຽວກັບການພັດທະນາການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ຍົກສູງກໍາລັງຄວາມສາມາດແກ້ງແຍ້ງຂອງຂະແໜງທ່ອງທ່ຽວຫວຽດນາມ”. 

ຕອບກັບ

ຂ່າວ/ບົດ​ອື່ນ