ສະພາແຫ່ງຊາດສິ້ນສຸດການຊັກຖາມແລະຕອບຄຳຊັກຖາມບັນດາສະມາຊິກລັດຖະບານ

(VOVWORLD) -ວາລະຊັກຖາມບັນດາສະມາຊິກລັດຖະບານໃນຂອບເຂດກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14 ສິ້ນສຸດໃນຕອນບ່າຍວັນທີ 15 ມິຖຸນາ ພາຍຫລັງເຮັດວຽກມາເປັນເວລາ 3 ວັນ.
ສະພາແຫ່ງຊາດສິ້ນສຸດການຊັກຖາມແລະຕອບຄຳຊັກຖາມບັນດາສະມາຊິກລັດຖະບານ - ảnh 1

ກ່ອນຫນ້ານັ້ນ ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຕາງຫນ້າໃຫ້ນາຍົກລັດຖະມົນຕີ ລາຍງານ, ເຮັດແຈ້ງບັນດາບັນຫາຂຶ້ນກັບຄວາມຮັບຜິດຊອບຂອງລັດຖະບານ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ.

ການຕອບຄຳຊັກຖາມຂອງທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ແມ່ນສຸມໃສ່ເຂົ້າໃນການແກ້ໄຂບັນດາໂຄງການຈຸດສຸມທີ່ຖືກຫລຸບທຶນ, ຄວາມຄືບຫນ້າການກໍ່ສ້າງບາງກິດຈະກຳຄົມມະນາຄົມຈຸດສຸມ, ການຊອກຫາຕະຫລາດຈຳຫນ່າຍຜະລິດຕະພັນກະເສດ. ກ່ຽວກັບ 12 ໂຄງການຈຸດສຸມຖືກຮົ່ວໄຫລ, ຟຸມເຟືອຍໃນໄລຍະຜ່ານມາ, ທ່ານຮອງນາຍົກລັດຖະມົນຕີ    ຢຶນຢັນ: ລັດຖະບານ ໄດ້ແຈ້ງຂໍ້ມູນຂ່າວຢ່າງເປີດເຜີຍ, ກະຈ່າງແຈ້ງ ແລະ ບໍ່ນຳໃຊ້ງົບປະມານເພື່ອຊຳລະຫນີ້ສິນ, ແກ້ໄຂຕາມກົນໄກຕະຫລາດ, ປັບໄຫມກໍລະນີລະເມີດຢ່າງເຂັ້ມງວດ.

ເມື່ອເຕື້ອງເຖິງການລົງທຶນພື້ນຖານໂຄງລ່າງໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ນີ້ແມ່ນເຂດຈຸດສຸມຂອງທົ່ວປະເທດກ່ຽວກັບສິນຄ້າ, ຜະລິດຕະພັນກະເສດ, ລະດັບຂົນສົ່ງສິນຄ້າກໍ່ໃຫຍ່ຫລວງ. ນອກນັ້ນ ຍັງມີປັດໄຈສຳຄັນຫນຶ່ງອີກ ເພື່ອຊຸກຍູ້ເສດຖະກິດພັດທະນາ ນັ້ນແມ່ນການຮ່ວມສຳພັນລະຫວ່າງເຂດ.

 ຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ກ່າວຄຳເຫັນສະຫລຸບ 3 ມື້ດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ

        “ເບິ່ງລວມແລ້ວ,ບັນດາວາລະຊັກຖາມ ແມ່ນດຳເນີນໄປໃນບັນຍາກາດປະຊາທິປະໄຕ ດ້ວຍ ສະມາຊິກສະພາແຫ່ງຊາດກວ່າ 196 ເທື່ອຄົນຊັກຖາມ ແລະ ການຖົກຖຽງແມ່ນ 58 ຄັ້ງ. ຜ່ານການຊັກຖາມສະແດງໃຫ້ເຫັນວ່າ ບັນດາໝວດບັນຫາໂດຍສະພາແຫ່ງຊາດເລືອກເຟັ້ນ ແມ່ນຖືກຕ້ອງທີ່ສຸດ. ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະແດງຄວາມຮັບຜິດຊອບສູງຕໍ່ຜູ້ມີສິດເລືອກຕັ້ງ. ບັນດາສະມາຊິກລັດຖະບານ ກໍ່ໄດ້ອະພິປາຍຢ່າງຈະແຈ້ງບັນດາບັນຫາຊື່ງ ສະມາຊິກສະພາແຫ່ງຊາດຍົກອອກ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງ ສະມາຊິກສະພາແຫ່ງຊາດຕໍ່ຜູ້ມີສິດເລືອກຕັ້ງກ່ຽວກັບບັນດາບັນຫາພັດທະນາເສດຖະກິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ