ສະພາແຫ່ງຊາດສືບຕໍ່ຊັກຖາມ ແລະ ຕອບຄຳຊັກຖາມ

(VOVWORLD) -ວັນທີ 31 ຕຸລາ, ສະພາແຫ່ງຊາດສືບຕໍ່ຊັກຖາມ ແລະ ຕອບຄຳຊັກຖາມບັນດາສະມາຊິກລັດຖະບານ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບການຕິດຕາມກວດກາຫົວເລື່ອງສະເພາະ ແລະ ຊັກຖາມນັບແຕ່ຕົ້ນອາຍຸການຈົນຮອດກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມ ຊຸດທີ 14.

ເມື່ອຕອບຄຳຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບການສະໜອງໄຟຟ້າໃຫ້ເຂດຊົນນະບົດ, ເຂດພູດອຍ ແລະ ເຂດໝູ່ເກາະໄລຍະ 2016 – 2020, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ເຈິ່ນຕວນແອງ ໃຫ້ຮູ້ວ່າ.

        “ຕາມແຜນການ, ໃນຈຳນວນ 233 ບ້ານຍັງບໍ່ທັນມີໄຟຟ້າໃຊ້ ປະຈຸບັນຈະສຸມໃສ່ເຂົ້າ 180 ບ້ານປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ຈະໄດ້ສຸມໃສ່ນຳໃຊ້ແຫຼ່ງກຳລັງຂອງກຸ່ມບໍລິສັດໄຟຟ້າແຫ່ງຊາດ, ຈະຈັດສັນການລົງທຶນໃນປີ 2019. ຄາດວ່າ, ຮອດປີ 2020, ທຸກບ້ານ, ເຂດປະສົບກັບຄວາມຫຍຸ້ງຍາກຂອງບັນດາແຂວງ, ທ້ອງຖິ່ນໃນທົ່ວປະເທດຈະໄດ້ຮັບການສະໜອງຕາໜ່າງໄຟຟ້າແຫ່ງຊາດ ຜ່ານໂຄງການຈາກງົບປະມານແຫ່ງລັດ, ກໍຄືຈາກບັນດາແຫຼ່ງທຶນ ODA ຂອງບັນດາອົງການການເງິນສາກົນ”.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອັກຢຸງ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບມາດຕະການແກ້ໄຂບຸກທະລຸໃນການສອນວິຊາຊີບໃຫ້ຜູ້ອອກແຮງງານຊົນນະບົດ; ທ່ານ ເຈິ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ຕອບຄຳຊັກຖາມກ່ຽວກັບວຽກງານກວດກາ; ປົກປັກຮັກສາສິ່ງແວດລ້ອມ; ທ່ານ ຫງວຽນງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຕອບຄຳຊັກຖາມກ່ຽວກັບວຽກງານ ບູລະນະປະຕິສັງຂອນບັນດາປູຊະນີຍະສະຖານປະຫວັດສາດ ແລະ ການພັດທະນາ, ດຶງດູດນັກທ່ອງທ່ຽວມາທ່ຽວຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ