ສະພາແຫ່ງຊາດສືບຕໍ່ລົງປະຊາມະຕິກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດປີ2016

ສະພາແຫ່ງຊາດສືບຕໍ່ລົງປະຊາມະຕິກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດປີ2016 - ảnh 1
ສະພາແຫ່ງຊາດສືບຕໍ່ລົງປະຊາມະຕິກ່ຽວກັບ
ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດປີ 2016
(ພາບປະກອບ)


​(vovworld) - ຕາມ​ມະຕິ​ກ່ຽວ​ກັບ​ໂຄງການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ປີ 2016 ​ເຊິ່ງສະພາ​​ແຫ່ງ​ຊາດ​ຫາ​ກໍ່​ຮັບຮອງ​ເອົາທີ່​ວາລະ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 18/06. ປີ 2016, ສະພາ​ແຫ່ງ​ຊາດຈະ​ພິ​ຈາລະ​ນາ, ​ປຶ​ກສາ​ຫາລື​ບົດ​ລາຍງານ​ວຽກ​ງານ​ຂອງ​ທັງ​ອາຍຸ​ການ​ຊຸດ​ທີ 13 ຂອງ​ສະພາ​ແຫ່ງ​ຊາດ, ບົດ​ລາຍ​ງານ​ຂອງ​ປະທານ​ປະ​ເທດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ນາຍົກລັດຖະມົນຕີ, ປະທານ​ສານ​ປະຊາຊົນ​ສູງ​ສຸດ​, ຫົວໜ້າ​ໄອ​ຍະ​ການ​ປະຊາຊົນ​ສູນ​ສຸດ, ຫົວ​ໜ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ. ສະພາ​ແຫ່ງ​ຊາດ​ກໍ​ຈະພິຈາລະນາ, ປຶກສາ​ຫາລືບົດ​ລາຍ​ງານ​ໝາກ​ຜົນ​ການ​ຕິດ​ຕາມ​ກວດກາ​ກ່ຽວ​ກັບ​ການ​ແກ້​ໄຂ​ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ; ບົດ​ລາຍ​ງານຜົນຂອງ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນອາຍຸ​ການ 2016 – 2021… ສະພາ​ແຫ່ງ​ຊາດ​ໄດ້​ຕິດຕາມຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ປະຕິ​ບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄລຍະ 2010 – 2015, ຕິດ​ພັນ​ກັບການສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່.

ເມື່ອ​ປຶກ​ສ​າ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍຄ່າທຳ​ນຽ​ມ, ຄ່າ​ບໍ​ລິ​ການບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເຫັນ​ດີ​​ເປັນເອ​ກະ​ສັນ​ສູງ​ຕໍ່ເລື່ອງ​ຈຳ​ເປັນ​​ຕ້ອງປະ​ກາດ​​ໃຊ້ກົດ​ໝາຍ​ວ່າ​ດ້ວຍ​ຄ່າ​ທຳ​ນຽມ ແລະ ຄ່າ​ບໍ​ລິ​ການເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ສິ່ງ​ຍັງ​ຄົງ​ຄ້າງ​ໃນ​ລັດ​ຖະ​ດຳ​ລັດຄ່າທຳ​ນຽມ, ຄ່າ​ບໍ​ລິ​ການ​ທີ່​ພວມ​ປະ​ກາດ​ໃຊ້, ຕອບ​ສະ​ໜອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຢ່າງ​ທັນ​ການ, ສົ່ງ​ເສີມ​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ​ເຂົ້າ​ຮ່ວມ​ການ​ສ​ະ​ໜອງ​ການ​ບໍ​ລິ​ການ​ລັດຖະ​ການ… ກ່ຽວ​ກັບ​ຂໍ​້​ກຳ​ນົດ​​ຍົກ​ເວັ້ນ, ຫລຸດ​ຜ່ອນຄ່າທຳ​ນຽມ, ຄ່າ​ບໍ​ລິ​ການຫຼາຍ​ຄຳ​ເຫັນ​ສະ​ເໜີ​ຕ້ອງ​ກຳ​ນົດ​ລະ​ອຽດ​ກ່​ວາ​ກ່ຽວ​ກັບຫຼັກ​ການຍົກ​ເວັ້ນ, ຫລຸດ​ຜ່ອນຄ່າທຳ​ນຽມ, ຄ່າ​ບໍ​ລິ​ການທຸກ​ປະ​ເພດເພື່ອ​ຮັບ​ປະ​ກັນ​ຄວາມ​ຍຸ​ຕິ​ທ​ຳ, ກະ​ຈ່າງ​ແຈ້ງ, ຄວາມ​ເປັນ​ໄປ​ໄດ້ ແລະ ອາດ​ຈະ​ປ​ະ​ຕິ​ບັດ​ເອ​ກະ​ພາບ​ໃນ​ສະ​ພາບ​ຕົວ​ຈິງ. ທ່ານ ຫງວຽນ​ວັນ​ແກງ, ສ​ສ​ຊ ແຂວງ ກວາ​ງ​ບີ່ງ, ຖື​ວ່າ:

        “ສ​ສ​ຊ ແມ່ນ​ຜູ້​ຕາງ​ໜ້າ​ໃຫ້​ເຈດ​ຈຳ​ນົງ, ຄວາມ​ມຸ່ງ​ມາດ​ປ​າດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ, ດັ່ງ​ນັ້ນ ເພື່ອຮັບ​ປະ​ກັນ​ຄວາມ​ຍຸ​ຕິ​ທຳ​​ໃຫ້​ແກ່ປະ​ຊາ​ຊົນ​​ເລື່ອງຕັດ​ສິນ​​ຜູ້​ໃດ​ຈະ​ໄດ້​ຮັບ​ການ​ຍົກ​ເ​ວັ້ນຄ່າທຳ​ນຽ​ມ, ​ຄ່າ​ບໍ​ລິ​ການ ແລະ ໄດ້​ຫລຸດ​ຜ່ອນ​ເທົາ​ໃດ​ນັ້ນຄວນ​​ມອບ​ໃຫ້ສະ​ພາ​ແຫ່ງ​ຊາດ ຫຼື ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​​ເປັນ​ຜູ້​ຕັດ​ສິນ​ແມ່ນຈະ​ເໝາະ​ສົມ​ກ່​ວາ​ມອບໃຫ້​ລັດ​ຖະ​ບານ​. ສ່ວນ​​ລະ​ດັບ​ເສຍ​ຄ່າ​ທຳ​ນຽມ, ຄ່າ​ບໍ​ລິ​ການ​ແຕ່​ລະ​ປະ​ເພດ​ຄື​ແນວ​ໃດຂ້າ​ພະ​ເຈົ້າ​ເຫັນ​ດີ​ກັບ​ຮ່າງ​ກົດໝາຍ​ແມ່ນມອບ​ໃຫ້​ລັດ​ຖະ​ບານ​ຕັດ​ສິນເພື່ອ​ເໝາະ​ສົມ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ໃນ​ແຕ່​ລະ​ໄລ​ຍະ”.

ຂ່າວ/ບົດ​ອື່ນ