ສະພາແຫ່ງຊາດເລືອກຕັ້ງຮອງປະທານປະເທດ,ປະທານສານປະຊາຊົນສູງສຸດ,ຫົວໜ້າອົງການໄອຍະການປະຊາຊົນສູງສຸດ

ສະພາແຫ່ງຊາດເລືອກຕັ້ງຮອງປະທານປະເທດ,ປະທານສານປະຊາຊົນສູງສຸດ,ຫົວໜ້າອົງການໄອຍະການປະຊາຊົນສູງສຸດ - ảnh 1
ທ່ານ ຫງວຽນ​ຮ່ວາ​ບີ່​ງ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສານ​ປະຊາຊົນ​ສູງ​ສຸດ
(ພາບ: TTXVN)

(vovworld) –  ​ໂດຍ​ສືບ​ຕໍ່​​ລາຍການ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 11 ຂອງ​ສະພາ​ແຫ່ງ​ຊາດ, ຕອນ​ເຊົ້າ​ວັນ​ທີ 8/4, ສະພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ຮອງ​ປະທານ​ປະ​ເທດ, ປະ​ທານ​ສານ​ປະຊາຊົນ​ສູງ​ສຸດ, ຫົວໜ້າ​ອົງການ​ໄອຍະ​ການ​ປະຊາຊົນ​ສູງສຸດ. ດ້ວຍຈຳນວນ​ບັດ​ສະໜັບສະໜູນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແມ່ນ 91,09 %, ທ່ານ​ນາງ ດັ້ງ​ທິງ​ອກທິ້ງ, ຮອງ​ຫົວໜ້າ​ຫ້ອງວ່າການ​ສູນ​ກາງ​ພັກ, ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຊຸດ​ທີ 13 ​​ໄດ້​ຮັບ​ເລືອກ​ຕັ້ງເປັນ​ຮອງ​ປະທານ​ປະ​ເທດ ສສ ຫວຽດນາມ. ທ່ານນາງ ດັ້ງ​ທິງ​ອກທິ້ງ, ​ເກີດ​ວັນ​ທີ 25/12/21959, ​ເຄີຍ​ດຳລົງ​ຕຳ​ແໜ່​ງ້​ເປັນ​ຮອງ​ປະທານ​ຜູ້​ປະຈຳການ​ສະຫະພັນ​ແມ່ຍິງ ຫວຽດນາມ, ​ເລຂາ​ຄະນະ​ພັກ​ແຂວງ ຫວີງ​ລອງ, ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ, ກຳມະການ​ສູນ​ກາງ​ພັກ​ຊຸດ​ທີ 11, ຊຸ​ດທີ 12, ສສຊ ຊຸດ​ທີ 11, 13.

        ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ​ຂອງ ສສຊ ​ແມ່ນ 95,5%, ທ່ານ ຫງວຽນ​ຮ່ວາ​ບີ່​ງ, ​ເລຂາ​ສູນ​ກາງ​ພັກ​ຊຸດ​ທີ 12, ສສຊ ຊຸ​ດທີ 13 ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສານ​ປະຊາຊົນ​ສູງ​ສຸດ. ທ່ານ ຫງວຽນ​ຮ່ວາ​ບີ່​ງ ​ເກີດ​ວັນ​ທີ 24/5/1958, ​ເຄີຍ​ເປັນ​ຫົວໜ້າ​ອົງການ​​​ໄອ​ຍະ​ການ​ປະຊາຊົນ​ສູງສຸດ, ກຳ​ມະ​ການ​ສູນ​ກາງ​ພັກ​ຊຸດ​ທີ 11, 12, ​ເລຂາ​ສູນ​ກາງ​ພັກ​ຊຸດ​ທີ 12, ສສຊ ຊຸດ​ທີ 13.

        ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ​ຂອງ ສສຊ ​ແມ່ນ 63, 97%, ທ່ານ ​ເລ​ມິ​ງຈີ໋, ຮອງ​ຫົວໜ້າ​ຄະນະວຽກ​ງານ​ການ​ເມືອງ​ພາຍ​ໃນສູນ​ກາງ ​​ໄດ້​ຮັບ​ການ​ເລືອ​ກຕັ້ງເ​ປັນ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງສຸດ. ທ່ານ ເລ​ມິ​ງຈີ໋ ​ເກີດ​ວັນ​ທີ 1/11/1960, ​ເຄີຍ​ເປັນ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ, ຮອງ​ຫົວໜ້າ​ຄະນະ​ວຽກ​ງານ​ການ​ເມືອງ​ພາຍ​ໃນ​ສູນ​ກາງ, ກຳມະການ​ສູນ​ກາງ​ພັກ​ຊຸ​ດທີ 12.

ຂ່າວ/ບົດ​ອື່ນ