ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່

(VOVWORLD) -ສະພາແຫ່ງຊາດຫວຽດນາມໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່, ຮັບໃຊ້ການພັດທະນາເສດຖະກິດຢ່າງມີປະສິດທິຜົນ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ
ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່ - ảnh 1 ບັນດາ ສ.ສ.ຊປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່

ຕອນບ່າຍວັນທີ 20 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດຫວຽດນາມໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່, ຮັບໃຊ້ການພັດທະນາເສດຖະກິດຢ່າງມີປະສິດທິຜົນ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ບັນດາ ສ.ສ.ຊ ໃຫ້ຂໍ້ສັງເກດວ່າ ໃນສະພາບການປະຕິວັດອຸກສາຫະກຳ 4.0 ນັ້ນ, ການວັດແທກ ແລະ ແຜນທີ່ ໃນຖານະແມ່ນຂະແໜງວິທະຍາສາດເຕັກໂນໂລຢີ, ດັ່ງນັ້ນ ການປັບປຸງ ແລະ ຍົກລະດັບທາງດ້ານນິຕກຳເພື່ອຍົກລະດັບ ການວັດແທກ ແລະ ແຜນທີ່ ແມ່ນຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນ. ກ່ອນໜ້ານັ້ນ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ