ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 78

(VOVWORLD) -   ວັນທີ 05 ກັນຍາ, ຢູ່ສຳນັກງານ ສປຊ ຢູ່ ນິວຢອກ (ອາເມລິກາ), ສະມັດຊາໃຫຍ່ ສປຊ ໄດ້ໄຂກອງປະຊຸມຄັ້ງທີ 78 ຂຶ້ນຢ່າງເປັນທາງການ ດ້ວຍຫົວຂໍ້ຫຼັກກ່ຽວກັບ “ສັນຕິພາບ, ວັດທະນາຖາວອນ, ກ້າວໜ້າ ແລະ ຍືນຍົງ”.
ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 78 - ảnh 1ທ່ານປະທານສະມັດຊາໃຫຍ່ ສປຊ Dennis Francis ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະທີໜຶ່ງຂອງກອງປະຊຸມສະມັດຊາໃຫຍ່ ຢູ່ ນິວຢອກ ໃນວັນທີ 5/9/2023 (ພາບ:THX/TTXVN)

   ກອງປະຊຸມໄດ້ດຳເນີນແຕ່ເດືອນກັນຍາ ປີນີ້ ຫາເດືອນ ກັນຍາປີ 2024, ໃນນັ້ນ, ການເຄື່ອນໄຫວຫຼັກໆ ແມ່ນສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ແຕ່ວັນທີ 19 – 26 ກັນຍາ, ດ້ວຍການເຂົ້າຮ່ວມຂອງປະມຸກລັດບັນດາປະເທດ ແລະ ຜູ້ນຳລັດຖະບານ 193 ປະເທດສະມາຊິກ ສປຊ, ຊຶ່ງຈະສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາສົດໆຮ້ອນໆທີ່ສຸດ, ເປັນຕົ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ, ສະກັດກັ້ນໂລກລະບາດ, ລົບລ້າງອາວຸດນິວເຄຼຍ, ກອງປະຊຸມສຸດຍອດອະນາຄົດ… ຕາມເຈົ້າໜ້າທີ່ ສປຊ ແລ້ວ, ກອງປະຊຸມຄັ້ງທີ 78 ຂອງ ສະມັດຊາໃຫຍ່ ສປຊ ຈະແມ່ນບາດລ້ຽວບົນເສັ້ນທາງມຸ່ງໄປເຖິງການປະຕິບັດໂຄງການດຳເນີນງານຮອດປີ 2030 ໃຫ້ສຳເລັດ ແລະ ຄວາມຕ້ອງການຢ່າງຮີບດ້ວນ ນຳ 17 ເປົ້າໝາຍພັດທະນາແບບຍືນຍົງ (SDGs) ກັບຄືນສູ່ວົງໂຄຈອນຢ່າງຖືກຕ້ອງ.



ຕອບກັບ

ຂ່າວ/ບົດ​ອື່ນ