ສະມາຄົມອາຊີບການປະມົງຫວຽດນາມຄັດຄ້ານເຫດການຍິງຊາວປະມົງຕາຍຢ່າງຮຸນແຮງ

ສະມາຄົມອາຊີບການປະມົງຫວຽດນາມຄັດຄ້ານເຫດການຍິງຊາວປະມົງຕາຍຢ່າງຮຸນແຮງ - ảnh 1
(ກະສອບລຸກປຶນໃນກຳ່​ປັ່ນ​ຫາ​ປາ ກວາງ​ງ້າ​ຍ QNg 95861 TS)

(vovworld) - ວັນ​ທີ 1/12, ສະມາຄົມ​ອາຊີບ​ການ​ປະມົງ​ຫວຽດນາມ ​ໄດ້​ຝາດ​ເອກະສານ​ເຖິງ​ຫ້ອງ​ວ່າການ​ລັດຖະບານ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ການ​ຕ່າງປະ​ເທດ​ສູນ​ກາງ​ເພື່ອ​ຄັດຄ້ານ​ເລື່ອງ​ຊາວ​ປະມົງ ກວາງ​ງ້າ​ຍ ຖືກ​ຍິງ​ຕາຍ​ຢູ່​ເຂດ​ທະ​ເລ ​ເຈື່ອງ​ຊາ. ທ່ານ ຫວໍ​ວັນ​ຈາກ, ຮອງ​ປະທານ​ຜູ້​ປະຈຳການ ສະມາຄົມ​ອາຊີບ​ການ​ປະມົງ​ຫວຽດນາມ, ຢືນຢັນ​ວ່າ: ການ​ກະທຳ​ຍິງ​ຊາວ​ປະມົງ​ ຫວຽດນາມ​ຕາຍ​ແມ່ນ​ໄຮ້​ເຫດຜົນ, ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ, ກໍ່​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ​ເຖິງ​ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ປະມົງ ​ເມື່ອ​ຂຸດຄົ້ນ​ສິນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

“ນີ້​ແມ່ນ​ການ​ກະທຳ​ໄຮ້​ເຫດຜົນ, ​ໄຮ້​ມະນຸດສະທຳ. ສະມາຄົມ​ອາຊີບ​ການ​ປະມົງ​ຫວຽດນາມກ່າວ​ປະນາມ​ ​ແລະ ຄັດຄ້ານ​ຢ່າງ​ແຮງ​ຕໍ່ການ​ກະທຳ​ຍິງ​ຕາຍ​ຊາວ​ປະມົງ​ຂອງ​ແຂວງ​ກວາງ​ງ້າ​ຍ ​ແລະ ສະ​ເໜີ​ເຮັດ​ແຈ້ງ​ບັນຫາ ​ເພື່ອ​ຮັກສາ​ສິດຜົນປະ​ໂຫຍ​ດຂອງ​ຊາວ​ປະມົງ​ຫວຽດນາມ. ຄວນ​ມີ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ປົກ​ປັກ​ຮັກສາ​ຊາວ​ປະມົງ​ໃຫ້​ເຂົາ​ເຈົ້າ​ອຸ່ນ​ອ່ຽນ​ໃຈ​ຂຸດ​ຄົ້ນ​ຢູ່​ເຂດ​ທະ​ເລ​ທີ່​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ“.

ຂ່າວ/ບົດ​ອື່ນ