ສະ​ວິດ ແລະ EC ອອກ​ແຈ້ງ​ການ​ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ຮ່ວມ​ມື​ໃໝ່​ໂດຍ​ໄວ

(VOVWORLD) - ວັນທີ 15 ທັນວາ, ລັດຖະບານ ສະວິດ ແລະ ຄະນະກຳມະການເອີຣົບ (EC) ໄດ້ອອກແຈ້ງການຮ່ວມໂດຍຢັ້ງຢືນຄວາມປາດຖະໜາຢາກເລີ່ມດຳເນີນການເຈລະຈາຂໍ້ຕົກລົງຮ່ວມມືໃໝ່. 

ແຈ້ງການໃຫ້ຮູ້ວ່າ ທັງສອງຝ່າຍລ້ວນແຕ່ຕັ້ງຄວາມຫວັງວ່າ ຈະບັນລຸໄດ້ໝາກຜົນທີ່ຕັ້ງໜ້າ ທີ່ສາມາດ “ບັນລຸໄດ້”  ໃນໄລຍະ 2 ປີຕໍ່ໜ້າ. ສອງຝ່າຍກໍໄດ້ປະກາດເອກະສານທີ່ມີຄວາມຍາວ 13 ໜ້າ, ເຊິ່ງໄດ້ຮັບຖືວ່າ ແມ່ນກົນໄກເຈລະຈາລະອຽດສຳລັບການພົບປະຄັ້ງຕໍ່ໄປ. ປັດຈຸບັນ, ບັນດາຝ່າຍຈະຕ້ອງໄດ້ຮັບການມອບສິດ ເພື່ອສາມາດຊຸກຍູ້ການເຈລະຈາດ້ວຍທັດສະນະປະຕິບັດສຳເລັດວິວັດການເຈລະຈາໃນປີໜ້າ.

        ກ່ຽວກັບຝ່າຍ ສະວິດ, ຈຸດປະສົງຂອງບັນດາການເຈລະຈາແມ່ນບັນລຸໄດ້ຂໍ້ຕົກລົງວ່າດ້ວຍການອະນຸຍາດໃຫ້ປະເທດນີ້ ຮ່ວມມືກັບ ສະຫະພາບເອີຣົບ (ອີຢູ) ຢ່າງມີປະສິດທິຜົນກວ່າໃນຫຼາຍຂົງເຂດ, ຄື: ຕະຫຼາດເຄື່ອງເຟີນີເຈີເອີຣົບ, ການຄົມມະນາຄົມ, ໄຟຟ້າ, ກໍຄືການເພີ່ມທະວີການເຂົ້າຮ່ວມຂອງ ສະວິດ ໃນບັນດາລາຍການຄົ້ນຄວ້າ ແລະ ສົນທະນາ “ຂັ້ນສູງ” ຂອງ ເອີຣົບ.


 

ຕອບກັບ

ຂ່າວ/ບົດ​ອື່ນ