ສະຫຼຸບ3ປີແຫ່ງການປະຕິບັດມະຕິສູນກາງກ່ຽວກັບນະໂຍບາຍສັງຄົມ2012-2020

ສະຫຼຸບ3ປີແຫ່ງການປະຕິບັດມະຕິສູນກາງກ່ຽວກັບນະໂຍບາຍສັງຄົມ2012-2020 - ảnh 1
(ພາບປະກອບ)

​​(vovworld) – ຕອນ​ເຊົ້າວັນທີ 13/08, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽ​ນ​ເຕີນ​ຢຸງ ​ໄດ້​ເປັນ​ປະທານກອ​ງປະຊຸມ​ໂດ​ຍກົງ​ຜ່ານ​​ເຄືອ​ຂ່າຍອີນ​ເຕີ​​ແນ​ດທົ່ວ​ປະ​ເທດ ສະຫຼຸບ 3 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກ່ຽວ​ກັບ​ໂຄງການ​ເຄື່ອນ​ໄຫ​ວຂອງ​ລັດຖະບານ ປະຕິບັດ​ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 “ບາງ​ບັນຫາ​ກ່ຽວ​ກັບ​​ນະ​​ໂຍບາຍ​ສັງຄົມ​ໄລ​ຍະ 2012 - 2020”. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ, ການ​ນຳ​ບາງ​ກະຊວງ, ຂະ​ແໜງການ, ການ​ນຳ​ແຂວງ, ນະຄອນ​ສັງ​ກັດ​ສູນ​ກາງ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽ​ນ​ເຕີນ​ຢຸງ ​ເນ​ັ້ນໜັກ​​​ຄວາມ​ປາດ​ຖະໜາວ່າ ການ​ນຳ​ບັນດາ​ກະຊວງ​, ຂະ​ແໜງການ, ທ່ອງ​ຖິ່ນ​ຕ່າງໆ ສຸມ​ໃສ່​ໄຈ​້​ແຍ​ກ, ຕີ​ລາຄາ​ບັນດາ​ຜົນ​ງານ​ທີ່​ບັນລຸ​ໄດ້ ​ໃນ​ການ​ປະຕິບັດ​ມະຕິ​ ​ເພື່ອ​ສືບ​ຕໍ່​ເສີມ​ຂະຫຍາຍ, ທັງ​ວາງທິດ​ທາງ, ໜ້າ​ທີ່​ເພື່ອ​ປະຕິ​ບັດ​ບັນດາ​ນະ​ໂຍບາຍ​ສັງຄົມ​ໃນ​ໄລຍະ​ຈະ​ມາ​ເຖິງ​​ໃຫ້​ດີກວ່າ​ເກົ່າ.

        ບົດ​ລາຍງານ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ ປະຕິບັດ​ມະຕິ​ລັດຖະບານ ຢືນຢັນ​ວ່າ, ມະຕິ​ປະກາດ​ໃຊ້​ໃນ​ວັນ​ທີ 01/06/2012 ຂອງ​ຄະນະບໍລິການ​ງານ​ສູນ​ກາງ​ພັກຊຸດ​ທີ 11 “ບາງ​ບັນຫາ​ກ່ຽວ​ກັບ​​ນະ​​ໂຍບາຍ​ສັງຄົມ​ໄລ​ຍະ 2012 - 2020” ​ແມ່ນ​ແຜນ​ນະ​ໂນ​ບາຍ​ໃຫຍ່​ຂອງ​ພັກ, ຖືກ​ກັບ​ຈິດ​​ໃຈ​ຂອງ​ປະຊາຊົນ, ​​ເຮັດ​​ໃຫ້​​​ຄວາມ​ຮັບ​ຮູ້​ຂອງ​ພະນັກງານ, ສະມາຊິກ​ພັກ, ທຸກ​ຂັ້ນ… ​ໃນ​ການ​ສ້າງ ​ແລະ ປະຕິບັດ​ນະ​ໂຍບາຍ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ, ຫຼຸດຜ່ອນ​ຄວາມ​ທຸກ​ຍາກ ​ແລະ ຮັບປະກັນ​ຊີວິດ​ສັງຄົມຫັນປ່ຽນ​ຢ່າງ​ແຮງ. ​ເຖິງ​ວ່າ​ມະຕິ​ຫາ​ກໍ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ເວລາ 3 ປີ​ກໍ​ຕາມ, ​ແຕ່​ບັນລຸ​ໄດ້​ບັນດາ​ຜົນງານ ​ແລະ ສ້າງ​ການ​ຫັນປ່ຽນ​ຢ່າງຕັ້ງໜ້າ​​ໃນ​​ວຽກ​ງານທຸກ​ຢ່າງ.

ຂ່າວ/ບົດ​ອື່ນ