ສະຫລຸບວຽກງານກວດ ກາ, ຕິດຕາມກວດກາ ຂອງພັກປີ 2013


ສະຫລຸບວຽກງານກວດ ກາ, ຕິດຕາມກວດກາ ຂອງພັກປີ 2013 - ảnh 1

ສະ​ພາບການ​ກອງ​ປະຊຸມ

(ພາບ: vov) 

(vovworld)- ຕອນ​ເຊົ້າວັນ​ທີ 13/1, ຢູ່​ນະຄອນ​ດ່າ​ນັງ, ຄະນະກຳມະການ​ກວດກາ​ສູນ​ກາງ​ໄດ້​ຈັດ​ກອງ​ປະຊຸມທົ່ວ​ປະ​ເທດ​ສະຫລຸບວຽກ​ງານ​ກວດກາ, ຕິດຕາມ​ກວດກາ​ ​ແລະ ດຳ​ເນີນ​ການ​ປະຕິບັດ​​ວິ​ໄນຂອງ​ພັກ​ປີ 2013. ປີ 2013, ຄະນະ​ພັກທຸກຂັ້ນສືບ​ຕໍ່​ຊີ້​ນຳ​ນຳພາວຽກ​ງານ​ກວດກາ, ຕິດຕາມ​ກວດກາ​ການ​ປະຕິບັດມະຕິ​ກອງ​ປະຊຸມ​ໃຫ່ຍ​ພັກຊຸດ​ທີ 11 ​ແລະ ບັນດາ​ມະຕິ​ຂອງ​ສູນ​ກາງ, ພິ​ເສດ​ແມ່ນມະຕິ​ສູນ​ກາງ​ພັກຄັ້ງທີ 4 ຊຸດ​ທີ 11 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງພັກ​ໃນ​ປະຈຸ​ບັນ“. ​ໃນ​ນັ້ນ, ຈຸດ​ສຸມ​ແມ່ນ​ການກວດກາ, ຕິດຕາມ​ກວດກາ​ການ​ປະຕິບັດ​ແຜນການ, ມາດ​ຕະການ​ແກ້​ໄຂ​ບັນດາ​ບັນຫາ​ໄດ້​ສະຫລຸບ​ຫຼັງ​ການ​ສຳ​ຫຼວດກວດກາ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອ​ນສະຫາຍ; ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ “ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ“.

  ກ່າວ​ຄຳ​ເຫັນ​ຊີ້​ນຳກອງ​ປະຊຸມ, ທ່ານ​ໂງ​ວັນ​ຢຸ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ປະທານ​ຄະນະ​ກຳມະການ​ກວດກາ​ສູນກາງ​ໄດ້​ເນັ້ນໜັກ​ວ່າ: ຜ່ານ​ການ​ຕີ​ລາຄາ​ວຽກ​ງານ​ປີ 2013, ​ແລະ ກຳນົດ​ທິດ​ທາງ​ໜ້າ​ທີ່​ປີ 2014, ອົງຄະ​ນະ​ພັກຂັ້ນຕ່າງໆ​ຕ້ອງ​ສະ​ເໜີການ​ປັບປຸງ, ​ເພີ່ມ​ເຕີມ​ບັນດາ​ຂໍ້​ກຳນົດ​ຂອງ​ພັກ, ກົນ​ໄກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ​ທີ່​ບໍ່​ເໝາະ​ສົມ ຫຼື​ຍັງ​ມີ​ຂໍ້​ຕິດ​ຂັດ; ກະກຽມ​ບັນດາ​ເອກະສານ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫ່ຍຄັ້ງທີ 12 ຂອງພັກເປັນ​ຢ່າງ​ດີ​./.

ຂ່າວ/ບົດ​ອື່ນ