ສະຫະປະຊາຊາດ ກ່າວປະນາມ ອາເມລິກາ ນາບຂູ່ການກະທຳດ້ານການທະຫານຢູ່ ເວເນຊູເອລາ

(VOVWORLD) - ໃນຖະແຫຼງການທີ່ຍົກອອກໃນວັນທີ 16 ສິງຫາ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໄດ້ຕຳໜິຕິຕຽນເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ນາບຂູ່ວ່າ 
ສະຫະປະຊາຊາດ ກ່າວປະນາມ ອາເມລິກາ ນາບຂູ່ການກະທຳດ້ານການທະຫານຢູ່ ເວເນຊູເອລາ - ảnh 1ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres (ພາບ: THX/TTXVN) 

ມີການກະທຳທາງທະຫານ ເພື່ອແກ້ໄຂວິກິດການດ້ານການເມືອງຢູ່ ເວເນຊູເອລາ; ພ້ອມທັງຢືນຢັນວ່າ ພາກພື້ນ ອາເມລິກາລາຕິນ ໄດ້ຫລຸດພົ້ນອອກຈາກການແຊກແຊງຈາກພາຍນອກ ແລະ ສິ່ງນີ້ ຕ້ອງໄດ້ຮັບການຮັກສາໄວ້.

        ກ່ອນໜ້ານັ້ນ, ວັນທີ 11 ສິງຫາ, ທ່ານປະທານາທິບໍດີ Donald Trump ໄດ້ສະແດງຄຳຄິດເຫັນໃນໜ້າເວັບສ່ວນຕົວ Twitter ຂອງຕົນວ່າ: ວໍຊິງຕັນ ພວມຊັ່ງຊາບັນດາມາດຕະການແກ້ໄຂ ໃຫ້ວິກິດການຢູ່ ເວເນຊູເອລາ ໃນປະຈຸບັນ, ຕາມນັ້ນແລ້ວ ນັບທັງບັນດາມາດຕະການການທະຫານ. ຄຳຖະແຫຼງດັ່ງກ່າວ ມີປະຕິກິລິຍາຢ່າງແຮງຈາກບັນດາປະເທດ ອາເມລິກາລາຕິນ.   ເປຣູ ຢືນຢັນວ່າ ຄຳນາບຂູ່ຂອງທ່ານປະທານາທິບໍດີ ອາເມລິກາ ໄປຝືນກັບບັນດາຫຼັກການຂອງ ສະຫະປະຊາຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ