ສະຫະປະຊາຊາດ ແລະ ຫຼາຍປະເທດກ່າວປະນາມເຫດບຸກໂຈມຕີກຳປັ່ນ True Confidence

(VOVWORLD) - ສະຫະປະຊາຊາດ ຮຽກຮ້ອງໃຫ້ກຳລັງ Houthi “ຢຸດຕິທຸກການກະທຳແນໃສ່ກຳປັ່ນສາກົນຢູ່ເຂດທະເລ ແດງ”
ສະຫະປະຊາຊາດ ແລະ ຫຼາຍປະເທດກ່າວປະນາມເຫດບຸກໂຈມຕີກຳປັ່ນ True Confidence - ảnh 1ການກູ້ຊີບ
(ພາບ: AFP/TTXVN)

        ສະຫະປະຊາຊາດ ແລະ ຫຼາຍປະເທດໄດ້ກ່າວປະນາມເຫດບຸກໂຈມຕີຂອງກຳລັງ Houthi ໃສ່ກຳປັ່ນຂົນສົ່ງສິນຄ້າ True Confidence, ທີ່ພວມໄປຜ່ານເຂດອ່າວ Aden, ເຮັດໃຫ້ລູກເຮືອ 3 ຄົນເສຍຊີວິດ, ໃນນັ້ນມີຊາວ ຫວຽດນາມ 1 ຄົນ, ຊາວ ຟີລິບປິນ 2 ຄົນ; ພ້ອມທັງຮຽກຮ້ອງໃຫ້ກຳລັງ Houthi ຢຸດຕິບັນດາການກະທຳຄືແນວນັ້ນ.

        ໂຄສົກຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ, ທ່ານ Stephane Dujarric ໃຫ້ຮູ້ວ່າ, ສະຫະປະຊາຊາດ ຮຽກຮ້ອງໃຫ້ກຳລັງ Houthi “ຢຸດຕິທຸກການກະທຳແນໃສ່ກຳປັ່ນສາກົນຢູ່ເຂດທະເລ ແດງ”, ພ້ອມທັງສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການບຸກໂຈມຕີທີ່ພວມເກີດຂຶ້ນ, ລວມທັງເຫດການຫຼ້າສຸດນີ້. ຕາມທ່ານ Dujarric ແລ້ວ, ບັນດາການບຸກໂຈມຕີພວມກໍ່ຄວາມເສຍຫາຍ “ຕໍ່ຊັບສິນ, ຊີວິດອິນຊີ ແລະ ລະບົບຊີວະພາບໃນພາກພື້ນ”.

        ທ່ານ Matthew Miller, ໂຄສົກກະຊວງການຕ່າງປະເທດ ເມລິກາ ໃຫ້ຮູ້ວ່າ: ອາເມລິກາ ຍັງສືບຕໍ່ຕິດຕາມບັນດາການເຄື່ອນໄຫວຂອງກຳລັງ Houthi ຢູ່ທະເລແດງ. ສະຖານທູດ ອັງກິດ ປະຈຳ ເຢແມນ ຮຽກຮ້ອງໃຫ້ Houthi ຢຸດຕິທຸກການບຸກໂຈມຕີທີ່ແນໃສ່ກຳປັ່ນການຄ້າສາກົນທີ່ໄປມາຢູ່ເຂດທະເລແດງ.

        ປະຈຸບັນ, ກອງທັບເຮືອ ອິນເດຍ ໄດ້ນຳສະມາຊິກທີ່ຍັງເຫຼືອຂອງກຳປັ່ນຂົນສົ່ງສິນຄ້າ True Confidence ທີ່ໄດ້ຮັບການກູ້ຊີບໄປຍັງ Djibouti.

ຕອບກັບ

ຂ່າວ/ບົດ​ອື່ນ