ສະຫະປະຊາຊາດກ່າວເຕືອນກ່ຽວກັບຄວາມສ່ຽງທີ່ຊີຣີຈະຖືກຕັດແຍກອອກຈາກກັນ

(VOVWORLD) -ວັນທີ 10 ກໍລະກົດ, ທູດພິເສດຂອງສະຫະປະຊາຊາດກ່ຽວກັບຊີຣີ Sraffan de Mitura ໄດ້ກ່າວເຕືອນວ່າ ຊີຣີ ອາດຈະຖືກຕັກແຍກອອກຈາກກັນ ເຖິງວ່າບັນດາຂໍ້ຕົກລົງເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຮົບໃນປະຈຸບັນ ພວມສ້າງສະຖຽນລະພາບໂດຍຊົ່ວຄາວ.

ສະຫະປະຊາຊາດກ່າວເຕືອນກ່ຽວກັບຄວາມສ່ຽງທີ່ຊີຣີຈະຖືກຕັດແຍກອອກຈາກກັນ - ảnh 1 ທູດພິເສດຂອງສະຫະປະຊາຊາດກ່ຽວກັບຊີຣີ Sraffan de Mitura

(ພາບ: AFP/TTXVN)

ຄຳກ່າວເຕືອນດັ່ງກ່າວຖືກຍົກອອກມາໃນຂະນະທີ່ຄະນະຜູ້ແທນລັດຖະມົນຕີຊີຣີ ແລະ ຝ່າຍຄ້ານພວມດຳເນີນຮອບເຈລະຈາສັນຕິພາບຄັ້ງທີ 7 ຢູ່ເຊີແນວ, ປະເທດສະວິດ. ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງການພົບປະກັບຄະນະຜູ້ແທນລັດຖະບານຊີຣີ, ທູດພິເສດສະຫະປະຊາຊາດ Mitura ຍອມຮັບວ່າ ຍາກທີ່ຈະມີບາດກ້າວບຸກທະລຸຢູ່ຮອບເຈລະຈານີ້, ແຕ່ຫວັງວ່າຈະບັນລຸໄດ້ຄວາມກ້າວໜ້າບາງຢ່າງ. ທ່ານ Mitura ເນັ້ນໜັກວ່າ, ບັນດາຂໍ້ຕົກລົງແນໃສ່ຫຼຸດຜ່ອນການປີນຂັ້ນໄດດ້ານການຮົບຢູ່ຊີຣີ ຈະພາໄປເຖິງໄລຍະສະຖຽນລະພາບໃຫ້ແກ່ຊີຣີ, ແຕ່ຂໍ້ຕົກລົງຄືແນວນັ້ນພຽງແຕ່ແມ່ນມາດຕະການແກ້ໄຂຊົ່ວຄາວ ແລະ ຕ້ອງຫຼີກລ້ຽງການແບ່ງແຍກປະເທດນີ້. ຕາມທ່ານແລ້ວ, ບັນດາການເຈລະຈາໄດ້ດຳເນີນຢູ່ Amman, ຈໍແດນ ແມ່ນສຸມໃສ່ເຂົ້າໃນການຕິດຕາມກວດກາການປະຕິບັດຄຳສັ່ງຢຸດຍິງຢ່າງຄົບຖ້ວນຢູ່ ທິດຕາເວັນຕົກສ່ຽງໃຕ້ຊີຣີ ໂດຍລັດເຊຍ ແລະ ອາເມລິກາ ເປັນຄົນກາງໄກ່ເກ່ຍ.

ຕອບກັບ

ຂ່າວ/ບົດ​ອື່ນ