ສະຫະປະຊາຊາດປຶກສາຫາລືມາດຕະການຕ້ານກໍການຮ້າຍນິວເຄຼຍ

ສະຫະປະຊາຊາດປຶກສາຫາລືມາດຕະການຕ້ານກໍການຮ້າຍນິວເຄຼຍ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 28/9, ຢູ່​ສຳນັກງານ ນິວຢອກ, ອາ​ເມ​ລິ​ກາ, ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດຊຸດ​ທີ 67 ​ໄດ້​ຈັ​ດກອງປະຊຸມສຳ​ມະ​ນາ​ຂັ້ນ​ສູງ, ປຶກສາ​ຫາລື​ມາດ​ຕະການຕ້ານ​ທຸກ​ຮູ້​ບການ​ກໍ​ການ​ຮ້ອຍນິວ​ເຄຼຍ. ທ່ານ​ເລຂາທິການ​​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ກ່າວ​ຄຳ​ເຫ​ັນ​ໂດຍ​ຢືນຢັນ​ວ່າ ໜຶ່ງ​ໃນ​ບັນດາ​ໄພນາບ​ຂູ່ອັນຕະລາຍ​ທີ່​ສຸດ​ສຳ​ຫຼັບມະນຸດ ​ແລະ ສິ່ງ​ແວດ​ລ້ອມ​​ໃນ​ປະຈຸ​ບັນແມ່ນ​​ບັນດາ​ມື​ປືນ​ມີ​ວັດຖຸ​ນິວ​ເຄຼຍ ຫຼື ອາວຸດ​ນິ​ວເຄຼຍ. ຕາມ​ທ່ານ Ban Ki Moon ​ແລ້ວ, ປະຈຸ​ບັນ​ມີ​ບາງ​ອົງການ, ກຸ່ມ​​ກໍ​ການ​ຮ້າຍ​ໄດ້​ເປີດ​​ເຜີຍ​ຄວາມ​ຫວັງ​​ກຳມະສິດ​ອາວຸດ​ລ້າງ​ຜານ, ​ກໍ​ຄື​ຊອກ​ຫາ​ພະລັງງານ​ນິວ​ເຄຼຍ​ແບບ​ປິດລັບ​ເພື່ອ​ຜະລິດ​ອາ​ວຸດ​ປະ​ເພດນີ້. ​ເພາະ​ສະ​ນັ້ນ, ສະຫະ​ປະຊາ​ຊາດ ​ໄດ້​ຮຽກຮ້ອງ​​ໃຫ້​ທຸກປະ​ເທດ​ຈົ່ງພ້ອມ​ກັນ​ຮ່ວມ​ມື ​ແລະ ນຳ​ໃຊ້​ທຸກ​ອຸປະກອນ​ເພື່ອທັບ​ມ້າງ​ກົນອຸບາຍ​ທີ່ມຶ​ດມົວ​ນີ້, ​ເດັດ​ດຽວ​ບໍ່​ປະໃຫ້​ວັດຖຸນິວ​ເຄຼຍ​ຕົກ​ເຂົ້າ​ກຳມື​ຂອງ​ພວກກໍ​ການ​ຮ້າຍ. ​

ຂ່າວ/ບົດ​ອື່ນ