ສະຫະປະຊາຊາດມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການຢູ່ຢູແກຼນຕາເວັນອອກ

ສະຫະປະຊາຊາດມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການຢູ່ຢູແກຼນຕາເວັນອອກ - ảnh 1
(ພາບ​ປະ​ກອບ: EPA/TTXVN)

(vovworld) - ​ວັນ​ທີ 02/02, ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະປະ​ຊາ​ຊາດ, ຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາ​ການ​ເມືອງ Jeffrey Feltman ໄດ້​ສະ​ເໜີ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ທະ​ກັນ​ຢູ່​ຢູ​ແກຼນ ຕາ​ເວັນ​ອອກ ຕໍ່​ໜ້າ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ, ໃນ​ນັ້ນ​ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັ​ງວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ປະ​ທະ​ກັນ​ລະ​ເມີດ​ກົດ​ໝາຍ​ສາ​ກົນ​ໃນ​ຂ​ົງ​ເຂ​ດ​ມະ​ນຸດ​ສະ​ທຳ. ຕາມ​ທ່ານ Jeffrey Feltman ແລ້ວ, ນັບ​ທັງ​ກອງ​ທັບ​ຢູ​ແກຼນ ແລະ ກຳ​ລັງ​ທວງ​ເອົາ​ເອ​ກະ​ລ​າດ​ຢູ່​ເຂດ Donbass ລ້ວນ​ແຕ່​ຖືກ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ໃນ​ບັນ​ດາ​ການ​ປະ​ທະ​ກັນ​ຢູ່​ເຂດ Avdiivka, ທາງ​ພາກ​ເໜືອ Donetsk. ທ່ານ​ໃຫ້​ຮູ້​ວ່າ, ສະ​ຫະ​ປະ​ຊາ​ຊາດ ໄດ້​ຮັບ​ແຈ້ງ​ການ​ວ່າ ຢ່າງໜ້ອຍ​ສຸດ​ມີ​ສາ​ມັນ​ຊົ​ນ 4 ຄົນ​ເສຍ​ຊີ​ວິດ ແລະ ມ​ີເຮືອນ​ຊານ, ໂຮງ​ຮຽນຫຼາຍ​ແຫ່ງຢູ່​ເຂດນີ້​ຖືກ​ທຳ​ລາຍ. ທ່ານ Jeffrey Feltman ກໍ່​ຢ​້ຳ​ຄືນ​ຄວາມ​ຮຽກ​ຮ້ອງ​ຢຸ​ດ​ຍິງ​ຢູ່​ຢູ​ແກຼນ ຕາມ​ເວັນ​ອອກ​ໂດຍ​ທັນ​ທີ ແລະ ຊອກ​ຫາ​ມາດ​ຕະ​ການ​​ແກ້​ໄຂສັນ​ຕິ​ພາບ​ໃຫ້​ການ​ປະ​ທະ​ກັນ​ບົນ​ພື້ນ​ຖານ​ຂໍ້​ຕົກ​ລົງ Minsk.

ຂ່າວ/ບົດ​ອື່ນ