ສະຫະປະຊາຊາດມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບຄວາມໝັ້ນຄົງຢູ່ Haiti

(VOVWORLD) - ພາຍຫຼັງສະຖານທູດ ອາເມລິກາ ແລະ ຝລັ່ງ, ສະຖານທູດ ການາດາ ແລະ ແອັດສະປາຍ ປະຈຳ Haiti ໄດ້ແຈ້ງການປິດປະຕູໂດຍຊົ່ວຄາວ ແລະ ຍົກເລີກທຸກການເຮັດວຽກ ຍ້ອນເຫດຜົນຄວາມປອດໄພ.
ສະຫະປະຊາຊາດມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບຄວາມໝັ້ນຄົງຢູ່ Haiti - ảnh 1ບັນດາກຸ່ມອາດຊະຍາກອນຢູ່ Haiti ໄດ້ບຸກໂຈມຕີຄຸກແຫ່ງຊາດເຮັດໃຫ້ມີຢ່າງໜ້ອຍສຸດ 10 ຄົນເສຍຊີວິດ
(ພາບ: AFP/TTXVN)

        ວັນທີ 04 ມີນາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການຄວາມໝັ້ນຄົງຢູ່ Haiti ທີ່ພວມຮ້າຍແຮງຂຶ້ນ. ທ່ານໄດ້ຢືນຢັນຄືນໃໝ່ຄວາມຈຳເປັນຕ້ອງຮີບເຮັ່ງມີການກະທຳ, ໂດຍສະເພາະແມ່ນການສະໜອງດ້ານການເງິນໃຫ້ແກ້ພາລະກຳຄວາມໝັ້ນຄົງແຫ່ງຊາດ ໂດຍສະຫະປະຊາຊາດ ອຸປະຖຳ ຢູ່ປະເທດນີ້.

        ໃນເຫດການທີ່ກ່ຽວຂ້ອງ, ໃນວັນດຽວກັນ, ພາຍຫຼັງສະຖານທູດ ອາເມລິກາ ແລະ ຝລັ່ງ, ສະຖານທູດ ການາດາ ແລະ ແອັດສະປາຍ ປະຈຳ Haiti ໄດ້ແຈ້ງການປິດປະຕູໂດຍຊົ່ວຄາວ ແລະ ຍົກເລີກທຸກການເຮັດວຽກ ຍ້ອນເຫດຜົນຄວາມປອດໄພ. ບໍລິສັດການບິນ American Airlines ແລະ JetBlue ໄດ້ຢຸດຕິບັນດາຖ້ຽວບິນໄປຍັງ Haiti… ໃນວັນດຽວກັນ, ອົງການບັນດາປະເທດທະວີບ ອາເມລິກາ (OAS) ຮຽກຮ້ອງຊຸກຍູ້ບັນດາຄວາມມານະພະຍາຍາມຮ່ວມມືຢູ່ສະຫະປະຊາຊາດ ເພື່ອຟື້ນຟູຄວາມໝັ້ນຄົງຢູ່ປະເທດນີ້.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 02 ມີນາ ຫາ ຮຸ່ງເຊົ້າວັນທີ 03 ມີນາ (ຕາມເວລາທ້ອງຖິ່ນ), ບັນດາກຸ່ມອາດຊະຍາກອນຢູ່ Haiti ໄດ້ບຸກໂຈມຕີຄຸກແຫ່ງຊາດເຮັດໃຫ້ມີຢ່າງໜ້ອຍສຸດ 10 ຄົນເສຍຊີວິດ ແລະ ປ່ອຍຕົວນັກໂທດນັບພັນຄົນ. ລັດຖະບານ Haiti ໄດ້ປະກາດຄຳສັ່ງສະພາວະສຸກເສີນ ແລະ ຫ້າມປະຊາຊົນອອກເຮືອນແຕ່ເວລາ 18 ໂມງ ຫາ 5 ໂມງຂອງວັນຕໍ່ມາ.

ຕອບກັບ

ຂ່າວ/ບົດ​ອື່ນ