ສະ​ຫະ​ປະ​ຊາ​ຊາດ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະການ​​ໃຫ້​ຄຳ​ປຶກ​ສາ​​ແກ່​ເວ​ທີ​ປາ​ໄສ​ການ​​ເຈ​ລະ​ຈາ​ດ້ານ​ການ​ເມືອງ​ຢູ່​ລີ​ບີ

(VOVWORLD) - ຖະແຫຼງການນີ້ກໍ່ໃຫ້ຮູ້ວ່າ: “ຕາມຫຼັກການຫຼັກແຫຼ່ງຂອງ LPDFແລ້ວ, ຄະນະໜູນຊ່ວຍ ໄດ້ຂະຫຍາຍ ຈຳນວນສະມາຊິກ ຂອງຄະນະກຳມະການໃຫ້ຄຳ ປຶກສາ ຂຶ້ນເປັນ 18 ຄົນ ເພື່ອແນໃສ່ຮັບປະກັນຄວາມເປັນຫຼາຍຮູບແບບ ກ່ຽວກັບພູມີປະເທດ ແລະ ການເມືອງກໍ່ຄືພາກສ່ວນເຂົ້າຮ່ວມລວມມີ ແມ່ຍິງ, ຊາວໜຸ່ມ ແລະ ພາກສ່ວນວັດທະນະທຳ.”

ໃນວັນທີ 2 ມັງກອນ, ຄະນະ ໜູນຊ່ວຍຂອງ ສປຊ ຢູ່ລີບີ ໄດ້ປະກາດ ສ້າງຕັ້ງຄະນະກຳມະການໃຫ້ຄຳປຶກສາ ແກ່ເວທີປາໄສ ການເຈລະຈາດ້ານການເມືອງ ຢູ່ລີບີ (LPDF). ໃນຖະແຫຼງການ, ຄະນະໜູນຊ່ວຍ ໄດ້ຊີ້ແຈ້ງວ່າ: “ພາລະກຳຂອງຄະນະກຳມະການໃໝ່ຈະໄດ້ຈຳກັດ ເວລາ ຢ່າງເຂັ້ມງວດ ແລະ ໜ້າທີ່ຫຼັກຂອງຄະນະກຳມະການນີ້ແມ່ນປຶກສາຫາລືບັນດາບັນຫາທີ່ຍັງຄົງຄ້າງ ເຊິ່ງກ່ຽວຂ້ອງເຖິງການເລືອກເອົາຄະນະບໍລິຫານ ເອກະພາບ, ພ້ອມທັງຍົກອອກ ຂໍ້ສະເໜີແນະຢ່າງລະອຽດ, ແທດຈິງເພື່ອໃຫ້ຄະນະການນຳພິຈາລະນາຕົກລົງ”. ຖະແຫຼງການນີ້ກໍ່ໃຫ້ຮູ້ວ່າ: “ຕາມຫຼັກການຫຼັກແຫຼ່ງຂອງ LPDF ແລ້ວ, ຄະນະໜູນຊ່ວຍ ໄດ້ຂະຫຍາຍ ຈຳນວນສະມາຊິກ ຂອງຄະນະກຳມະການໃຫ້ຄຳ ປຶກສາ ຂຶ້ນເປັນ 18 ຄົນ ເພື່ອແນໃສ່ຮັບປະກັນຄວາມເປັນຫຼາຍຮູບແບບ ກ່ຽວກັບພູມີປະເທດ ແລະ ການເມືອງກໍ່ຄືພາກສ່ວນເຂົ້າຮ່ວມລວມມີ ແມ່ຍິງ, ຊາວໜຸ່ມ ແລະ ພາກສ່ວນວັດທະນະທຳ.”

ຕອບກັບ

ຂ່າວ/ບົດ​ອື່ນ