ສະຫະປະຊາຊາດຮຽກຮ້ອງດຳເນີນຮອບເຈລະຈາໃໝ່ກ່ຽວກັບ ເຢແມນ

ສະຫະປະຊາຊາດຮຽກຮ້ອງດຳເນີນຮອບເຈລະຈາໃໝ່ກ່ຽວກັບ ເຢແມນ - ảnh 1
​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ  Antonio Guterres
(ພາບ: AFP/TTXVN)


(vovworld) - ​ ​​ ​​ວັນ​ທີ 26/04 ທ່ານ Ismail Ould Cheikh Ahmed ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບ​ບັນ​ຫາ ເຢ​ແມນ ຖື​ວ່າ ຮອບ​ເຈ​ລະ​ຈາ​ສັນ​ຕິ​ພາບ​ໃໝ່​ລະ​ຫວ່າງ​ບັນ​ດາ​ຝ່າຍປໍ​ລະ​ປັກ​ຢູ່ ເຢ​ແມນ ຄວນ​ເລີ່ມດຳ​ເນີນ ນັບ​ແຕ່​ທ້າຍ​ເດືອນ 5/2017, ໃນ​ສະ​ພາບ​ການ​ປະ​ຊາ​ຄົມ​ສາ​ກົນ​ນັບ​ມື້​ນັບ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງນີ້. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ນະ​ຄອນທ່າ​ກ່ຳ​ປັ່ນ Hodeida ຂອງ ເຢ​ແມນ, ທ່ານ Ismail Ould Cheikh Ahmed ປະ​ກ​າດວ່າ ບັນ​ດາ​ການ​ເຈ​ລະ​ຈາ​ພວມ​ໄດ້​ດຳ​ເນີນ ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທີ່​ແນ​ໃສ່​ທ່າ​ກ່ຳ​ປັ່ນ Hodeida ຢູ່​ທະ​ເລ​ແດງ​ຂອງ ເຢ​ແມນ. ຕາມ​ທ່ານ ທ່ານ Ismail Ould Cheikh Ahmed ແລ້ວ ນີ້​ແມ່ນ​ບາດ​ກ້າວ​ທຳ​ອິດ​ທີ່​ມຸ່​ງ​ໄປ​ເຖິງ​ຂໍ້​ຕົກ​ລົງ​ຢຸດ​ຍິງ.


ຕອບກັບ

ຂ່າວ/ບົດ​ອື່ນ