ສະຫະປະຊາຊາດຮຽກຮ້ອງເຄົາລົບກົດໝາຍສາກົນເມື່ອປົກປ້ອງຊາວ ຊີຣີ

ສະຫະປະຊາຊາດຮຽກຮ້ອງເຄົາລົບກົດໝາຍສາກົນເມື່ອປົກປ້ອງຊາວ ຊີຣີ - ảnh 1
ອາເມລິກາ ບຸກໂຈມຕີໃສ່ ຊີຣີ
(ພາບ: AP)

(vovworld) - ກ່າວ​ຄຳ​ເຫັນ​ກ່ອນ​ທີ່​ຈະ​ດຳ​ເນີນ​ກອງ​ປະຊຸມ​ດ່ວນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ສະພາບ​ການ​ ຊີຣີ, ​ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ບັນດາ​ບັນຫາດ້ານການ​ເມືອງຂອງ ສະຫະ​ປະຊາ​ຊາດທ່ານ Jeffrey Feltman ຖະ​ແຫຼງວ່າ: ຕ້ອງ​ມີ​ການ​ກະທຳ​​ໃນ​ທັນທີ​ເພື່ອ​ປົກ​ປ້ອງ​ຊາວ ຊີຣີ, ​ແຕ່​ການ​ກະທຳ​ນັ້ນ ຕ້ອງ “ອີງ​​ໃສ່​ບັນດາ​ຫຼັກການ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ”. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທີ່​ສະພາ​ຄວາມ​ໝັ້ນ​ຄົງ ທ່ານ Nikki Haley ​ເອກ​ອັກ​ຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ​ສະຫະ​ປະຊາ​ຊາດ​ຊີ້​ແຈ້ງວ່າ: ອາ​ເມລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ມີ​ການ​ກະທຳດ້ານການ​ທະຫານ​ຢູ່ ຊີຣີ ຕື່ມ​ອີກ ​ແຕ່​ຫວັງ​ວ່າ ຈະ​ບໍ່​ຕ້ອງ​ເຮັດ​ຄື​ແນວ​ນັ້ນ. ​ໃນ​ຂະນະ​ນັ້ນ ທ່ານ Vladimir Safronkov ອັກຄະ​ລັດຖະທູດ ລັດ​ເຊຍ ປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ປະນາມຢ່າງ​ຂ້ຽວຂາດ​ຕໍ່​ການ​ບຸກ​ໂຈມ​ຕີ​ໃສ່ ຊີຣີ ຂອງ ອາ​ເມ​ລິ​ກາ ​ເຊິ່ງທ່ານ​ຖື​ວ່າ ​ແມ່ນຜິດ​ກົດໝາຍ, ພ້ອມ​ທັງ​ກ່າວ​ເຕືອນ​ວ່າ ການ​ກະທຳ​ປີນ​ຂັ້ນ​ໄດ​ນີ້​ຂອງ ອາ​ເມ​ລິ​ກາ ອາດ​ຈະ​ກໍ່​ຜົນ​ຮ້າຍຢ້ອນ​ຫລັງ​ທີ່​ຮ້າຍ​ແຮງ​ສຳລັບ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ​ແລະ ສາກົນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ