ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຮ່າ​ໂນ້ຍ ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ ກຳ​ປູ​ເຈຍ ຢູ່ ຮ່າ​ໂນ້ຍ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາ​ກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 5 ກັນຍາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ (HAUFO) ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ ກຳປູເຈຍ ນະຄອນຮ່າໂນ້ຍ ຈັດຕັ້ງການມອບຂອງຂວັນ 154 ພູດ ໃຫ້ແກ່ນັກສຶກສາກຳປູເຈຍ ທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລໃນບໍລິເວນຮ່າໂນ້ຍ ທີ່ພວມປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19.

ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຮ່າ​ໂນ້ຍ ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ ກຳ​ປູ​ເຈຍ ຢູ່ ຮ່າ​ໂນ້ຍ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາ​ກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານນາງ ເຈິ່ນທິເຟືອງ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ມອບຂອງຂວັນໃຫ້ແກ່ບັນດານັກສຶກສາກຳປູເຈຍ

 

 

ໂຄງການເລີ່ມຕົ້ນແຕ່ວັນທີ 28 ສິງຫາ 2021 ຫາ ວັນທີ 5 ກັນຍາ 2021. ໄລຍະທີ່ຜ່ານມາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ໄດ້ຂົນຂວາຍບັນດາສະຖານທູດ, ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະຈຳ ຮ່າໂນ້ຍ ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ. ພ້ອມນັ້ນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ກໍ່ໄດ້ສົ່ງເອກະສານທາງການ ໄປຍັງບັນດາເມືອງ, ເທດສະບານ ແລະ ບັນດາສະມາຄົມມິດຕະພາບສະມາຊິກ ເພື່ອກວດກາຄືນ ບັນດາຜູ້ຄົນຊາວຕ່າງປະເທດ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ຮ່າໂນ້ຍ ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19. ທ່ານນາງ ເຈິ່ນທິເຟືອງ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຮ່າໂນ້ຍ ມີຄວາມປາດຖະໜາ ສາມາດໜູນຊ່ວຍເພື່ອນມິດສາກົນຫຼາຍຄົນ ອາໄສຢູ່ ຫວຽດນາມ ໃນໄລຍະປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ