ສະຫະພັນແມ່ຍິງຫວຽດ ນາມຜັນຂະຫຍາຍການ ປະຕິດບັດລັດຖະທຳມະນູນ


ສະຫະພັນແມ່ຍິງຫວຽດ ນາມຜັນຂະຫຍາຍການ ປະຕິດບັດລັດຖະທຳມະນູນ - ảnh 1

ທ່ານ​ນາງ​ຫງວຽນ​ທິ​ແທງ​ຮວາ, ປະທານສະຫະພັນ​

ແມ່ຍິງ​ຫວຽ​ດນາມ ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ

(ພາບ: Phương Hoa - TTXVN)

 (vovworld)- ຕອນ​ເຊົ້າວັນ​ທີ 24/2, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽ​ດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 2013. ກອງ​ປະຊຸມ​ໄດ້​ຮັບ​ຟັງ​ທ່ານ​ຮອງ​ສາດສະດາຈານ, ດຣ ​ເລ​ມິ​ງທົງ, ຮອງ​ປະທານ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ, ຮອງ​ຫົວໜ້າ​ຄະນະ​ຮຽບຮຽງຮ່າງ​ປັບປຸງລັດຖະທຳ​ມະນູນ​ປີ 1992 ​ແນະນຳ​ບັນດາ​ເນື້ອ​ໃນ​ພື້ນຖານ, ຈຸດ​ໃຫ່ມຂອງລັດຖະທຳ​ມະນູນປະ​ເທດ ສສ ຫວຽດນາມ. ທ່ານ​ນາງ​ຫງວຽນ​ທິ​ແທງ​ຮວາ, ປະທານສະຫະພັນ​ແມ່ຍິງ​ຫວຽ​ດນາມ ​ເຜີຍ​ແຜ່​ບັນດາ​ຂໍ້​ກຳນົດ​ຂອງລັດຖະທຳ​ມະນູນກ່ຽວຂ້ອງ​ເຖິງສະຫະພັນ​ແມ່ຍິງ​ຫວຽ​ດນາມ ​ແລະ ບັນຫາ​ແມ່ຍິງ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ຄອບຄົວ ​ແລະ ​ເດັກນ້ອຍ.

  ບັນດາ​ຜູ້​ແທນ​ໄດ້​ຮັບ​ການ​ເຜີ​ຍແຜ່​ແຜນການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 2013 ຂອງ​ຄະນະ​ປະທານສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽ​ດນາມ. ຕາມ​ນັ້ນ​ແລ້ວ, ສູນ​ກາງ​ສະຫະພັນ​ແມ່ຍິງ​ສ້າງ​ເອກະສານ​ດຳ​ເນີນ​ຊີວິດ ​ແລະ ​ເອກະສານ​ຝຶກ​ອົບຮົມ​ລົງ​ເລິກ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ໃໝ່​ໄດ້​ຮັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ໃນ​ລັດຖະທຳ​ມະນູນ./.

ຂ່າວ/ບົດ​ອື່ນ