ສະ​ຫະ​ພາບ​ເອີ​ຣົບ ສືບ​ສວນ ຢູ​ທູບ ແລະ ຕິກ​ຕອກ ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ເດັກ​ຜູ້​ບໍ່​ເຖິງ​ກະ​ສຽນ​ອາ​ຍຸ

(VOVWORLD) - ວັນທີ 9 ພະຈິກ, ສະຫະພາບເອີຣົບ (ອີຢູ) ແຈ້ງໃຫ້ຊາບວ່າ ຈະເປີດບັນດາບັ້ນເຄື່ອນໄຫວສືບສວນສຳລັບ ຢູທູບ ແລະ ຕິກຕອກ ເພື່ອຊອກຮູ້ກ່ຽວກັບບັນດາ ແຟລດນີ້ພວມເຄື່ອນໄຫວຄືແນວໃດ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ເດັກຜູ້ບໍ່ເຖິງກະສຽນອາຍຸ.
ສະ​ຫະ​ພາບ​ເອີ​ຣົບ ສືບ​ສວນ ຢູ​ທູບ ແລະ ຕິກ​ຕອກ ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ເດັກ​ຜູ້​ບໍ່​ເຖິງ​ກະ​ສຽນ​ອາ​ຍຸ - ảnh 1 ຖ້າລະເມີດ DSA, ຕິກຕອກ ແລະ ຢູທູບ ຈະປະເຊີນໜ້າກັບການລົງໂທດຂຶ້ນເຖິງ 6% ລາຍຮັບທົ່ວໂລກຂອງບັນດາ ແຟລດ ນີ້ (ພາບ: AFP/TTXVN)

ຄະນະກຳມະການເອີຣົບ (EC) ໄດ້ສົ່ງຄຳຮຽກຮ້ອງສະໜອງຂໍ້ມູນຢ່າງເປັນທາງການໄປຍັງ ຕິກຕອກ ແລະ ຢູທູບ, ເຊິ່ງເປັນຂັ້ນຕອນທຳອິດໃນຂະບວນວິວັດປະກາດໃຊ້ຂໍ້ກຳນົດກົດໝາຍວ່າດ້ວຍການບໍລິການເຕັກນິກດີຈີຕອນ (DSA) ສະບັບໃໝ່ ໂດຍ ອີຢູ ຮັບຮອງເອົາ.  EC ຢາກຮູ້ວ່າ ບັນດາ ແຟລດ ທີ່ເຜີຍແຜ່ຄຼິບວິດີໂອດັ່ງກ່າວ ໄດ້ໝູນໃຊ້ມາດຕະການໃດເພື່ອປະຕິບັດຕາມ DSA, ພິເສດແມ່ນກ່ຽວຂ້ອງເຖິງຄວາມສ່ຽງສຳລັບສຸຂະພາບຮ່າງກາຍ ແລະ ຈິດໃຈ ຂອງເດັກ. ຕິກຕອກ ແລະ ຢູທູບ ຈະຕ້ອງໃຫ້ຄຳຕອບສຳລັບຄຳຖາມຂອງ EC ກ່ອນວັນທີ 30 ພະຈິກ ຈະມາເຖິງ. ຖ້າລະເມີດ DSA, ຕິກຕອກ ແລະ ຢູທູບ ຈະປະເຊີນໜ້າກັບການລົງໂທດຂຶ້ນເຖິງ 6% ລາຍຮັບທົ່ວໂລກຂອງບັນດາ ແຟລດ ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ