ສະເຫຼີມສະຫຼອງ 67 ປີແຫ່ງວັນສ້າງຕັ້ງການພົວພັນຫວຽດນາມ-ສເຊັກໂກ

ສະເຫຼີມສະຫຼອງ 67 ປີແຫ່ງວັນສ້າງຕັ້ງການພົວພັນຫວຽດນາມ-ສເຊັກໂກ - ảnh 1
ສະເຫຼີມສະຫຼອງ 67 ປີແຫ່ງວັນສ້າງຕັ້ງ
ການພົວພັນຫວຽດນາມ-ສເຊັກໂກ
(ພາບ: vietnam+)

(vovworld) - ຕອນ​ຄຳ່​ວັນ​ທີ 18/1, ຢູ່​ນະຄອນຫຼວງ ປຣາຮາ, ສະຖານທູດ ຫວຽດນາມ ປະຈຳ ສ ​ເຊັກ​ໂກ, ຈັດ​ຕັ້ງ​ພິທີ​ ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຫວຽດນາມ-ສ​ເຊັກ​ໂກ ​ແລະ ຕ້ອນຮັບ​ປີ​ໃໝ່ ປີ​ລະກາ 2017. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ​ເຈືອງ​ແມ້ງ​ເຊີນ, ​ເອກ​ອັກ​ຄະ​ລັດຖະທູດ ຫວຽດນາມ ປະຈຳ ສ​ເຊັກ​ໂກ ​ເນັ້ນ​ໜັກ​ວ່າ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ທີ່​ໜ້າ​ສົ່ງ​ເສີມ. ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ປີ 2016 ​ໄດ້​ເພີ່ມ​ຂຶ້ນ 22% ​ເມື່ອ​ທຽບ​ໃສ່​ປີ 2015, ບັນລຸ​ເກືອບ 1 ຕື້​ USD. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຈືອງ​ແມ້ງ​ເຊີນ, ​ເນັ້ນ​ໜັກ​ວ່າ:

        “​ໃນ​ໂອກາດ​ນີ້, ພວກ​ຂ້າພະ​ເຈົ້າ​ກໍ່​ຢາກ​ໃຫ້​ພວກ​ເພື່ອນ ສ​ເຊັກ​ໂກ, ນັກ​ການ​ເມືອງ ​ເຊັກ​ໂກ ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ ຫວຽດນາມ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງກວ່າ. ປີ​ນີ້​ພວກ​ຂ້າພະ​ເຈົ້າ​ເລືອກ​ເປັນ​ປີ​ການ​ທູດ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ດ້ານ​ເສດຖະກິດ. ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທູດ​ເສດຖະກິດ​ມີ​ປະ​ໂຫຍ​ດດີ​ທີ່​ສຸດ​ໃນ​ກນຜັນ​ຂະຫຍາຍ​ການ​ພົວພັນ ຫວຽດນາມ - ສ​ເຊັກ​ໂກ​ຢ່າງ​ເລິກ​ເຊິ່ງ“.

ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ Lukas Kaucky ​ຮອງ​ລັດຖະມົນຕີ, ຜູ້​ປະຈຳການ​ກະຊວງ​ການ​ຕ່າງປະ​ເທດ ສ​ເຊັກ​ໂກ ​ຢືນຢັນ​ວ່າ, ດ້ວຍ​ບົດຮຽນ​ຂອງ​ຕົນ​ໃນ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ, ສ ​ເຊັກ​ໂກ ສາມາດ​ຊ່ວຍ​ລັດຖະບານ ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ນອກ​ນັ້ນ​ກໍ່​ຢາກ​ຊຸກຍູ້​ການ​ພົວພັນ​ໃນ​ຂົງ​ເຂດ​ການທ່ອງທ່ຽວອີກ​ດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ