ສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) - ຕອນບ່າຍວັນທີ 17 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ບັກກ້ານ. 
ສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ສະເໜີໃຫ້ແຂວງ ບັກກ້ານ

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ສະເໜີໃຫ້ແຂວງ ບັກກ້ານ ສືບຕໍ່ເສີມຂະຫຍາຍ, ປະຕິບັດວຽກງານມີຄວາມໝາຍນີ້ໃຫ້ດີກ່ວາອີກ, ເປັນເຈົ້າການໃນການນຳໃຊ້ງົບປະມານທ້ອງຖິ່ນ, ລະດົມແຫຼ່ງກຳລັງສັງຄົມ, ສ້າງເງື່ອນໄຂດຳລົງຊີວິດທີ່ດີໃຫ້ຜູ້ມີຄຸນງາມຄວາມດີ, ຄອບຄົວເປົ້າໝາຍນະໂຍບາຍ…

        ລາຍການຕອບບຸນແທນຄຸນນັກຮົບເສຍສະຫຼະຊີວິດເພື່ອຊາດ “ນ້ຳໃຈທີ່ເລິກເຊິ່ງ” ໂດຍສະມາຄົມໜູນຊ່ວຍຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ຈັດຕັ້ງໃນຕອນຄ່ຳວັນທີ 22 ກໍລະກົດ. ນີ້ແມ່ນສານສົ່ງເຖິງພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດສືບຕໍ່ສະແດງຄວາມຮູ້ບຸນຄຸນ, ຕອບບຸນແທນຄຸນຕໍ່ນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ, ແມ່ ຫວຽດນາມ ວິລະຊົນ, ບັນດາທະຫານເຈັບປວຍ, ທະຫານເສຍອົງຄະ, ຜູ້ມີຄຸນງາມຄວາມດີເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ  - ນັກຮົບເສຍສະຫຼະຊີວິດເພື່ອຊາດ.

        ກໍ່ເນື່ອງໃນໂອກາດນີ້, ວັນທີ 17 ກໍລະກົດ, ຄະນະປະຕິບັດງານຂອງແຂວງ ລອງອານ ໄດຍທ່ານ ເຈີ່ນວັນເກີ່ນ, ປະທານຄະນະກຳມະການປະຊາຊົນແຂວງ ເປັນຫົວໜ້າຄະນະ ໄດ້ລົງຢ້ຽມຢາມ, ເຮັດວຽກ, ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ