ສະເຫຼີມສະຫຼອງ 72 ປີ ແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 02 ກັນຍາ ຢູ່ແບນຊິກ, ຊິລີ ແລະ ອານເຊຣີ

(VOVWORLD) - ວັນທີ 04 ກັນຍາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກແບນຊິກ ແລະ  ລຸກຊຳບວກ ເວືອງເທື່ອຟອງ ພ້ອມດ້ວຍພັນລະຍາ ເປັນເຈົ້າພາບຈັດງານສະເຫຼີມສະຫຼອງ 72 ປີ ແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 02 ກັນຍາ ຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳສູນກາງນະຄອນຫຼວງ Brussels, ລາຊະອານາຈັກແບນຊິກ. 
ສະເຫຼີມສະຫຼອງ 72 ປີ ແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 02 ກັນຍາ ຢູ່ແບນຊິກ, ຊິລີ ແລະ ອານເຊຣີ - ảnh 1 ພາບປະກອບ

ກ່າວຄຳເຫັນນະທີ່ນີ້, ທ່ານປະທານກຸ່ມສະມາຊິກສະພາມິດຕະພາບຮັກຫວຽດນາມ ປະຈຳລັດຖະສະພາເອີຣົບ Jan Zahradil ຕີລາຄາສູງການທີ່ ຫວຽດນາມ ບັນລຸໄດ້ 12 ສັນຍາການຄ້າເສລີກັບຫຼາຍປະເທດໃນໂລກ, ໃນນັ້ນຕ້ອງກ່າວເຖິງສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA).

        ຢູ່ຊິລີ, ສະຖານທູດຫວຽດນາມ ປະຈຳຊິລີ ໄດ້ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 72 ປີ ແຫ່ງວັນຊາດຫວຽດນາມຫຼາຍລາຍການ ຄືຈັດຕັ້ງສັບປະດາງານວາງສະແດງຮູບພາບ “ຫວຽດນາມວັນນີ້”; ຈັດງານລ້ຽງສະເຫຼີມສະຫຼອງຊຶ່ງມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ລັດຖະບານຊິລີ, ອຳນາດການປົງຄອງທ້ອງຖິ່ນຫຼາຍທ່ານ. ວັນທີ 02 ກັນຍາ, ສະຖານທູດຫວຽດນາມ ປະຈຳຊິລີ ໄດ້ວາງພວງພາລາທີ່ເຂດອານຸສອນສະຖານປະທານໂຮ່ຈີມິນ.

        ຢູ່ອານເຊຣີ, ຕອນແລງວັນທີ 04 ກັນຍາ, ກ່າວຄຳເຫັນທີ່ງານສະເຫຼີມສະຫຼອງ 72 ປີ ແຫ່ງວັນຊາດຫວຽດນາມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອານເຊຣີ ຟາມກວກຈູ້ ເນັ້ນໜັກວ່າ: ຫວຽດນາມ ມານະພະຍາຍາມເພື່ອເປີດກວ້າງ ແລະ ເພີ່ມທະວີການພົວພັນກັບຫຼາຍປະເທດ ແລະ ບັນດາອົງການຈັດຕັ້ງສາກົນ, ຢືນຢັນວ່າຈະສືບຕໍ່ນະໂຍບາຍສັນຕິພາບ, ເອກະລາດ ແລະ ມິດຕະພາບ. ກ່ຽວກັບການພົວພັນສອງຝ່າຍ ຫວຽດນາມ - ອານເຊຣີ, ທ່ານເອກອັກຄະລັດຖະທູດ ຟາມກວກຈູ້ຢືນຢັນວ່າ ການພົວພັນລະຫວ່າງສອງປະເທດແມ່ນການພົວພັນແບບພິເສດໄດ້ເປັນເຄື່ອງໝາຍດ້ວຍນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ, ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ