ສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້,ໂຮມປະເທດຊາເປັນເອກະພາບຢູ່ແຂວງຕ່ຽນຢາງ

ສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້,ໂຮມປະເທດຊາເປັນເອກະພາບຢູ່ແຂວງຕ່ຽນຢາງ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ທິກິມ​ເງິນ
(ພາບ​ປະ​ກອບ)

(vovworld) - ພິທີສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບຢູ່​ແຂວງ​ຕ່ຽນຢາງ ຖືກ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 25/4, ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ໄດ້​ຢັ້ງຢືນ​ຄືນ​ບົດບາດ, ຄວາມ​ໝາຍ​ຂອງມະຫາ​ໄຊ​ໃນ​ລະດູບານ​ໃໝ່ 1975. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ທິກິມ​ເງິນ ​ໄດ້​ສະ​ເໜີ​ພະນັກງານ ​ແລະ ປະຊາຊົນ​ແຂວງ​ຕ່ຽນຢາງ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ, ນຳ້​ໃຈ​ສາມັກ​ຄີ​ໃນ​ໄລຍະ​ໃໝ່​ກວ່າ​ອີກ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​ວ່າ:

        “ໜ້າ​ທີ່​ໃນ​ຕໍ່ໜ້າ ​ແລະ ຍາວ​ນານ​ຂອງ​ຕ່ຽນຢາງ​ແມ່ນ​ສຸມ​ໃສ່​ປະຕິບັດ​ການ​ກໍ່ສ້າງ​ພັກ​ເປັນ​ຢ່າງ​ດີ ​ແລະ ສືບ​ຕໍ່​ຍູ້​ແຮງ​ບັ້ນ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ. ສະກັດ​ກັ້ນ ​ແລະ ຍູ້​ສະພາບ​ເສື່ອ​ມທາດ​ເສຍ​ຄຸນ​ດ້ານ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ໃນ​ໝູ່​ພັກ ​ແລະ ​ໃນ​ສັງຄົມ. ປະຕິບັດ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຫຍໍ້​ທໍ້, ອາດຍາ​ສິດ, ​​​ເປັນ​ຢ່າງ​ດີ. ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ປ່ຽນ​ໃໝ່​ແບບ​ວິທີ​ນຳພາ, ​ແບບ​ແຜນການ​ເຮັດ​ວຽກ ​ແລະ ສ້າງ​ຄວາມ​ຮັ່ງມີ​ພາຍ​ໃນ.



ຂ່າວ/ບົດ​ອື່ນ