ສະເຫຼີມສະຫຼອງ55ປີແຫ່ງວັນສ້າງຕັ້ງຂະແໜງໄອຍະການ

ສະເຫຼີມສະຫຼອງ55ປີແຫ່ງວັນສ້າງຕັ້ງຂະແໜງໄອຍະການ - ảnh 1
(ທ່ານປະທານປະເທກ ເຈືອງເຕິນຊາງ ກ່າວຄຳເຫັນທີ່ພິທີ
​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ໄອ​ຍະ​ການ)

(vovworld)       - ​    ​ ຕອນ​ເຊົ້າ​ວັນ​ທີ 23/7, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມ
ສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ໄອ​ຍະ​ການ ​ແລະ ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ຄັ້ງ​ທີ 5. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ໋ນຊາງ ຖື​ວ່າ: ພິທີ​ສະ​ເຫຼີ​ມສະ​ຫຼອງ 55 ປີ ​ແລະ ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ຄັ້ງ​ທີ 5 ​​ແມ່ນ​ໂອກາດ​ເພື່ອ​ໃຫ້​ຂະ​ແໜງ​ໄອ​ຍະ​ການ​ຕີ​ລາຄາ, ສະຫຼຸບ​ບັນດາ​ວຽກງານທີ່​ດີ ​ແລະ ບັນດາ​ວຽກ​ງານ​ຍັງ​ຈຳກັດ, ທັງແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ແທນ​ທີ່​ດີ​ເດັ່ນ​ໃນ​ທົ່ວ​ຂະ​ແໜງ​ພົບ​ປະ, ​ແລກປ່ຽນ​ບັນດາ​ຜົນງານ​​ແຫ່ງ​ການແຂ່ງຂັນ, ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ທີ່ໄດ້​ຮັບມອບໝາຍຂອງສ່ວນ​ບຸກຄົນ​ ​ແລະ ​ແຕ່ລະອົງການ.  ທ່ານ​ປະທານ​ປະ​ເທດ ສະ​ເໜີ​ຂະ​ແໜງ​ໄອ​ຍະ​ການວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງຈົ່ງ​ຜັນ​ຂະຫຍາຍ, ການປະຕິບັດລັດຖະທຳ​ມະນູນປີ 2013 ​ແລະ ບັນດາ​ມະຕິ​ຂອງ​ພັກ ກ່ຽວ​ກັບ​ຍຸດ​ທະ​ສາດ​ປະຕິ​ຮູບ​ດ້ານ​ຕຸລາການຢ່າງ​​ເຂັ້ມ​ງວດ; ສຸມ​ໃສ່​​ເຮັດ​ໜ້າ​ທີ່, ປະຕິບັດສິດ​ໄອ​ຍະ​ການ ​ແລະ ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ດ້ານ​ຕຸລາການ​ເປັນ​ຢ່າງ​ດີ. ທ່ານ​ປະທານ     ​ປະ​ເທດ​ເຈືອງ​ເຕິ໋ນຊາງ ກໍ​​ໃສ່​​ໃຈ​​ເປັນ​ພິ​ເສດວ່າ: ຂະ​ແໜງ​ໄອ​ຍະ​ການ​ຄວນຍົກ​ສູງ​ຄວາມ​ສາມາດ​ດ້ານວິຊາ​ສະ​ເພາະ ​ແລະ ​ຈັນ​ຍາ​ບັນຂອງ​ຖັນ​ແຖວ​ພະນັກງານ, ນັກ​ໄອ​ຍະ​ການ, ຕ້ອງ​ມີ​ນ້ຳ​ໃຈ​ກ້າຫານ, ມີ​ຄວາມ​ຕັດສິນ​ໃຈ​ສູງ ​ເພື່ອ​ປົກ​ປ້ອງ​ຄວາມຍຸຕິ​ທຳ, ປົກ​ປ້ອງ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ, ຂອງ​ພັກ ​ແລະ ລັດ.


ຂ່າວ/ບົດ​ອື່ນ