ສະເຫຼີມສະຫຼອງ66ປີແຫ່ງວັນມູນເຊື້ອກຳລັງຊາວໜຸ່ມຕະລຸມບອນຫວຽດນາມ

ສະເຫຼີມສະຫຼອງ66ປີແຫ່ງວັນມູນເຊື້ອກຳລັງຊາວໜຸ່ມຕະລຸມບອນຫວຽດນາມ - ảnh 1
ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ກ່ຳ​ປັ່ນ​ບໍ່​ມີ​ໝາຍ​ເລກ ຫວູງ​ໂຣ

(vovworld) – ​​ໂດຍ​ສະ​ເຫຼີ​ມສະຫຼອງ 66 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ກຳລັງ​ຊາວ​ໜຸ່ມ​ຕະລຸມ​ບອນ ຫວຽດນາມ, ສະມາຄົມ​ອະດີດ​ຊາວ​ໜຸ່ມ​ຕະລຸມບອນ​ແຂວງ ຟູ໋ອຽນ ຫາກໍ່​ໄດ້​ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ​ແຂວງ ຟູ໋ອຽນ ຈັດ​ຕັ້ງ​ລາຍການ​ເຄື່ອນ​ທັບ​ກັບ​ເມ​ືອກົກ​ເ​ຄົ້າ​ເຫງົ້າ​ກໍ​ດ້ວຍ​ຫົວ​ຂໍ້​ວ່າ: “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸ​ນນ້ຳ” ຢູ່​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ກ່ຳ​ປັ່ນ​ບໍ່​ມີ​ໝາຍ​ເລກ ຫວູງ​ໂຣ, ຕາ​ແສງ ຮວາ​ຊວນ​ນາມ, ​ເມືອງ​ດົງ​ຮ່ວາ. ມີສະມາຊິກ​ຊາວ​ໜຸ່ມ ​ແລະ ອະດີດ​ຊາວ​ໜຸ່ມ​ຕະລຸມບອນ​ແຂວງ ຟູ໋ອຽນກ່ວາ 200 ຄົນ​ໄດ້​ຖະ​ຫວາຍ​ທູບ​ທຽນ, ວາງ​ພວງມາລາ​ອາ​ໄລ​ຫາ​ບັນດາ​ນັກ​ວິລະ​ຊົນທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ທ່າ​ກ່ຳ​ປັ່ນ​ບໍ່​ມີ​ໝາກ​ເລກ ຫວູງ​ໂຣ, ທົບ​ທວນ​ຄືນ​ມູນ​ເຊື້ອ​ພິລະ​ອາດ​ຫານ​ຂອງ​ກຳລັງ​ຊາວ​ໜຸ່ມ​ຕະລຸ​ມບອນ ຫວຽດນາມ ຜ່ານ 66 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ພັດທະນາ. ນະ​ທີ່​ນີ້, ບັນດາ​ສະມາຊິກ​ຊາວ​ໜຸ່ມ, ອະດີດ​ຊາວ​ໜຸ່ມ​ຕະລຸມ​ບອນ​ໄດ້​ຮັບ​​ຟັງ​ນັກ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ, ພັນ​ຕີ ​ໂຮ່ດັກ​ແທ້ງ, ອະດີດ​ກັບຕັນ​ເຮືອ​ກ່ຳ​ປັ່ນ​ບໍ່​ມີ​ໝາກ​ເລກ, ອະດີດ​ຫົວໜ້າ​​ເສນາ​ທິການ​ທະຫານ​ເຮືອ​ເຂດ 3 ​ໄດ້​ເລົ່າຄືນ​ບັນດາ​ຜົນງານ​ຂອງ​ກ່ຳ​ປັ່ນ​ບໍ່​ມີ​ໝາກ​ເລກ​ໃນ​ເມືອ​ກ່ອນ ​ໄດ້​ຂົນ​ສົ່ງ​ອາວຸດ​ກ່ວາ 200 ​ໂຕນ​ສ້າງ​ເປັນ​ເສັ້ນທາງ​ມະ​ຫັດສະ​ຈັນໂຮ່ຈີ​ມິນ ປະຫວັດສາດທາງ​ທະ​ເລ​ໃນ​ເມື​່ອກ່ອນ.


ຂ່າວ/ບົດ​ອື່ນ